top of page
Search

ສັບ​ທີ່​ມີ​ຄວາມ​ໝາຍ​ວ່າ​ມີ​ຄ່າ ແລະ ຫ​ລາຍ​ຫລາຍ​ຄຳ​ວ່າ ຊັບພະ ແລະ ສັບພະ.

  • Writer: Superphil Phil
    Superphil Phil
  • Apr 24, 2020
  • 1 min read

ອະທິບາຍ ຄວາມ​ໝາຍ​ຂອງ​ສັບ​ທີ່ວ່າ ຊັບພະ ແລະ ສັບພະ.

ຈະ​ຂໍ​ອະ​ທິ​ບາຍສັບ​ໃນສອງ​ຄຳ​ນີ້ ຊັບພະ ແລະ ສັບພະ ​ກັບ​ຄວາມ​ໝາຍໃນແບບ​​ຂອງມັນ ແລະ ​ແບບ​ທຽບ​ໃສ່​ກັບ​ຄຳ​ຕ່າງໆ ແລະ ຕົວ​ຢ່າງ​ເລັກ​ນ້ອຍ​ເພື່ອ​ຄວາມ​ເຂົ້າ​ໃຈ​ລະ​ອຽດ​ເພີ່ມຕື່ມ​ອີກ.

#ຊັບພະ ເປັນຄຳທີ່ໄດ້ມາຈາກສັນສະກິດ ເຄົ້າສັບແມ່ນ ຊັບພະຍະ ຖ້າເວົ້າສັ້ນເຂົ້າກໍເຫຼືອແຕ່ “ຊັບ”,​ໄທຂຽນເປັນ “ทรัพย์ ” ເປັນຄຳນາມ ທີ່​ໝາຍ​ເຖິງ ເງິນ,​ ຄຳ,​ ເຮືອນ​ຊານ​ບ້ານ​ສ່ອງ, ວັດຖຸສິ່ງຂອງທັງ​ທີ່​ເຫັນ​ດ້ວຍ​ຕາ ແລະ ບໍ່​ເຫັນ​ດ້ວຍ​ຕາ ແລະ ທຸກ​ຢ່າງ ທີ່ມີຄ່າແຕ່​ນ້ອຍ​ຫາ​ຫລາຍ.

#ຊັບ​ພະ ສາ​ມາ​ປະ​ສົມ​ໄດ້​ຫລາຍໆຄຳ ແລະ ມີ​ຄວາມ​ໝາຍ​ທີ່​ແຈກ​ຫຍາຍ​ອອກ​ໄປ​ຕາມ​ຄຳ​ທີ່​ເອົາ​ມ​າ​ປະ​ສົມ ເຊັ່ນ: ຊັບພະຍາກອນ,​ ຊັບພະຍາກອນມະນຸດ,​ ຊັບພະຍາກອນທຳມະຊາດ,​ ຊັບສິນເງິນຄຳ,​ ຊັບໃນດິນສິນໃນນໍ້າ,​ ຊັບສົມບັດ,​ ຄຸນຊັບ,​ ຊັບພາຍໃນຊັບພາຍນອກ…

#ສັບພະ ເປັນຄຳໄດ້ມາຈາກປາລີ ເຄົ້າສັບສະກົດ “ພ” ສັພພະ ເປັນຄຳຄຸນນາມ ແປວ່າ ທັງໝົດ,​ ທັງມວນ,​ ຫຼາຍແນວທີ່​ເວົ້າ​ລວມ​ເຂົ້າ​ກັນເປັນ​ຄຳ​ເວົ້າ​ໜືງ​ເອີ້ນ​ວ່າ​ ສັບ​ພະ.​

#ສັບ​ພະ ສາ​ມາດ​ແຍກ​ອອກ​ເປັນ​ແບບ​ສະ​ເພາະ​ໄດ້​ອີກຫາກ​ປະ​ສົມ​ກັບຄຳອື່ນໆ ທີ່​ຢາກ​ເນັ້ນ​ໜັກ​ຄວາມ​ໝາຍ​ສະ​ເພາະ​ເຈາະ​ຈົງ​ລົງ​ໄປ​ອີກ​ເພື່ອ​ສະ​ແດງ​ໃຫ້​ຮູ້​ວ່າ​ສິ່ງ​ນັ້ນ​ມີ​ຫລາກ​ຫລາຍ​ຢ່າງ ເຊັ່ນ ສັບພະວິຊາ,​ສັບພະທານ,​ ສັບພະສິ່ງ,​ ສັບພະສັດ,​ ສັບພະສັນ,​ ສັບພະສາມິດ, ສັບພະສິນຄ້າ ພາ​ສາ​ໄທ​ຂຽນ​ເປັນ (สรรพสินค้า) ທີ​ເຮົາ​ເຫັນ​ປະ​ຈຳ​ເວ​ລາ​ຂ້າມ​ໄປ​ຊື້​ເຄື່ອງ​ຝັ່ງ​ໄທ, ໄປ​ຕາມ​ຫ້າງ​ຮ້ານ​ຕ່າງໆ…

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page