top of page
Search

ສູນພັດທະນາສີມືສົ່ງເສີມການອະນຸຮັກດ້ານຫັດຖະກຳສຳລັບແມ່ຍິງ.

  • Writer: Superphil Phil
    Superphil Phil
  • Aug 16, 2020
  • 1 min read

ສູນພັດທະນາສີມືສົ່ງເສີມການອະນຸຮັກດ້ານຫັດຖະກຳສຳລັບແມ່ຍິງ. ສູນພັດທະນາສີມືສຳລັບແມ່ຍິງ (ຫຼືເມື່ອກ່ອນເອີ້ນວ່າ ສູນເຝິກອົບຮົມວິຊາຊີບຫ້ວຍຫົງສຳລັບແມ່ຍິງ) ເຊິ່ງໄດ້ສ້າງຕັ້ງຂຶ້ນໃນປີ 1998 ພາຍໃຕ້ການສະໜັບສະໜູນໂດຍບາງອົງການຈັດຕັ້ງຈາກປະເທດຍີ່ປຸ່ນ. ລະຫວ່າງປີ 1999-2001, ອົງການ ຮ່ວມມືສາກົນ JICAໃຫ້ການຊ່ວຍເຫຼືອຕື່ມ, ຊຶ່ງຕັ້ງຢູ່ບ້ານຫ້ວຍຫົງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.ສູນພັດທະນາສີມືສຳລັບແມ່ຍິງນີ້ ສ້າງຕັ້ງຂຶ້ນ ເພື່ອຈຸດປະສົງໃນການເຝິກອົບຮົມວິຊາຊີບການຍ້ອມສີທຳມະຊາດ ແລະ ການຕໍ່າຫູກ ແກ່ແມ່ຍິງຈາກເຂດຊົນນະບົດຜູ້ທີ່ດ້ອຍໂອກາດ, ຄົນທຸກຍາກ ຫຼື ຜູ້ທີ່ມີຄວາມພິການທາງຮ່າງກາຍ, ແລະ ອົງການ ຮ່ວມມືສາກົນ JICA ຍັງໃຫ້ການຊ່ວຍເຫຼືອໃນການກໍ່ສ້າງອາຄານບາງສ່ວນ ທັງຊ່ວຍພັດທະນາລະບົບ ການເຝິກອົບຮົມການຕໍ່າຫູກ ແລະ ຍ້ອມສີທຳມະຊາດ.

ພາບ: blog.livedoor.jp

    ນັບແຕ່ໄດ້ຮັບການສ້າງຕັ້ງ, ສູນໄດ້ເຝິກອົບຮົບໃຫ້ແກ່ແມ່ຍິງເປົ້າໝາຍຈຳນວນ 856 ຄົນ ຊຶ່ງຕໍ່ມາຫຼາຍຄົນ ກໍສາມາດສ້າງທຸລະກິດເປັນຂອງຕົນເອງໄດ້ ແລະ ຍົກລະດັບຊີວິດການເປັນຢູ່ແກ່ຄອບຄົວໄດ້ເປັນຢ່າງດີ. ພ້ອມນີ້, ກໍຍັງເພື່ອພັດທະນາຄວາມຮູ້ຄວາມສາມາດ ໃຫ້ແກ່ຊາວຊ່າງຫັດຖະກຳໃຫ້ເປັນຄູເຝິກດ້ານການຍ້ອມສີທຳມະຊາດ ແລະ ເພື່ອອະນຸຮັກດ້ານຫັດຖະກຳແຜ່ນແພພື້ນເມືອງ ໃຫ້ຍືນຍົງ. ກ່ຽວກັບຫຼັກສູດການເຝິກອົບຮົມ, ການຍ້ອມສີທຳມະຊາດຮຽກຮ້ອງໃຫ້ມີຄູຄູເຝິກທີ່ມີທັກສະ ແລະ ປະສົບການສູງ ເພື່ອຖ່າຍທອດຄວາມຮູ້ດັ່ງກ່າວ ເປັນຕົ້ນແມ່ນການກະກຽມ ແລະ ເລືອກວັດຖຸດິບຈາກພືດທີ່ດີມີຄຸນນະພາບ, ການເຮັດນ້ຳສີຍ້ອມທຳມະຊາດ, ການຟອກເສັ້ນໄໝ ແລະ ເຕັກນິກການຍ້ອມສີ ເພື່ອເຮັດໃຫ້ຜະລິດຕະພັນມີຄຸນນະພາບດີ, ຄົງທົນ, ງົດງາມ ແລະ ປານີດ. ພ້ອມນີ້, ສູນກໍໃຫ້ຄວາມຮ່ວມມືກັບອົງການທັງພາກລັດ ແລະ ພາກທຸລະກິດ ເພື່ອສົ່ງເສີມການພັດທະນາວິຊາຊີບຕໍ່າຫູກ, ການພັດທະນາຊຸມຊົນ, ການຈ້າງງານ, ການສ້າງອາຊີບໃຫ້ແກ່ແມ່ຍິງ. ສູນສົ່ງເສີມການພັດທະນາສີມືອະນຸລັກດ້ານຫັດຖະກຳສຳລັບແມ່ຍິງ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comentários


© 2023 by NOMAD ON THE ROAD. Proudly created with Wix.com

bottom of page