top of page
Search

ສັນຊາດ ສັນຍະລັກ ແລະ ສັນຍານ ຄວາມ​ໝາຍ​ໃນ​ພາ​ສາ​ລາວ.

  • Writer: Superphil Phil
    Superphil Phil
  • Apr 21, 2020
  • 1 min read

ມາຮູ້ຈັກກັບຄໍາວ່າ: ສັນຊາດ ສັນຍະລັກ ແລະ ສັນຍານ

ສັນຊາດ ສັນຍະລັກ ແລະ ສັນຍານ ທັງສາມຄໍານີ້ອາດຈະມີຄວາມໝາຍແຕກຕ່າງກັນຫຼາຍ ແຕ່ກໍ່ຍັງມີສ່ວນຄ້າຍຄືກັນຢູ່ໃນບາງຢ່າງເພາະໃນສາມຄໍານີ້ອາດຈະມີໃຈກາງຄືຄໍາວ່າ “ສັນຍະລັກ” ຢູ່ໃນແຕ່ລະຄໍາ

ສັນຊາດ: ຜູ້ທີ່ເປັນພົນລະເມືອງແລະຢູ່ພາຍໃຕ້ກົດໝາຍຂອງປະເທດໃດໜຶ່ງ ເຊັ່ນວ່າ: ຄົນລາວອາໄສຢູ່ປະເທດລາວເອີ້ນວ່າ: ສັນຊາດລາວ ເຊື້ອຊາດລາວ; ຄົນລາວໄປເຮັດວຽກຢູ່ຕ່າງປະເທດແຕ່ບໍ່ໄດ້ຕັດສັນຊາດກໍ່ຖືວ່າເປັນພົນລະເມືອງລາວ ແລະ ຖືວ່າເປັນຄົນສັນຊາດລາວ ເຊື້ອຊາດລາວຢູ່. ແຕ່ຖ້າຕັດສັນຊາດກໍ່ຈະບໍ່ແມ່ນສັນຊາດລາແຕ່ກໍ່ຍັງເປັນເຊື້ອຊາດລາວຢູ່ ຕົວຢ່າງ: ຄົນລາວໄປຢູ່ປະເທດອາເມລິກາແຕ່ບໍ່ໄດ້ຕັດສັນຊາດກໍ່ຍັງຖືວ່າ ເຊື້ອຊາດລາວ ສັນຊາດລາວ ແຕ່ຖ້າຕັດສັນຊາດກໍ່ຖືວ່າ ເປັນເຊື້ອຊາດລາວໂດຍກໍາເນີດ ແຕ່ຖືສັນຊາດເປັນຄົນອາເມລິກາ…

ສັນຍະລັກ: ແມ່ນສິ່ງທີ່ກໍານົດຂຶ້ນໃຊ້ເພື່ອໃຫ້ມີຄວາມໝາຍແທນອີກສິ່ງໜຶ່ງ ເຊິ່ງອາດເປັນຮູບພາບ ເຄື່ອງໝາຍ ຫຼືສິ່ງຂອງເປັນຕົ້ນ ລັກສະນະຂອງສິ່ງໃດໜຶ່ງທີ່ຄົນເຮົາຮັບຮູ້ໂດຍທົ່ວໄປ ມີຄວາມໝາຍສະເພາະເຈາະຈົງເຖິງສິ່ງນັ້ນເຊັ່ນວ່າ: ເຄື່ອງໝາຍໂລໂກທີ່ເປັນສັນຍະລັກຂອງ ລົດຍົນແຕ່ລະຊະນິດມີສັນຍະລັກ ຫຼື ໂລໂກບອກເຖິງຍີຫໍ້ ຫຼືບໍລິສັດຜູ້ຜະລິດຈໍານ່າຍເຊິ່ງມີຄວາມແຕກຕ່າງກັນ ບໍ່ຊໍ້າກັນເຊັ່ນ:ໂຕໂຢຕາ;ນິສສັນ;ຮອນດາ;ເກຍແຕ່ລະຍີຫໍ້ລ້ວນແຈ່ມີໂລໂກຕ່າງກັນ…

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Commentaires


© 2023 by NOMAD ON THE ROAD. Proudly created with Wix.com

bottom of page