top of page
Search

ສັນ ແລະ ສັນຍາ ມີ​ຄວາມ​ໝາຍ​ແນວ​ໃດ​ໃນພາ​ສາ​ລາວ​

  • Writer: Superphil Phil
    Superphil Phil
  • Apr 19, 2020
  • 1 min read

ອະ​ທິ​ບາຍຄໍາວ່າ: ສັນ ແລະ ສັນຍາ ໂດຍ​ສັງ​ເຂບ.

ສັນ ແລະ ສັນ​ຍາ ເປັນ​ຄົນ​ລະ​ຄວາມ​ໝາຍ, ໃນ​ພາ​ສາ​ລາວ​​ການ​ຕໍ່​ທ້າຍ​ຂອງ​ຄຳ​ຕ່າງໆ​ສ່ວນ​ຫລາຍ​ຈະ​ເຮັດ​ໃຫ້​ມີ​ຄວາມ​ໝາຍ​ໄປ​ອີກ​ແບບ​ໜືງ​ ຫລື ຕ່າງ​ກັນ​ແບບ​ຄົນ​ລ​ະ​ຂົ້ວ​ເລີຍ​, ເຫ​ດ​ນັ້ນ​ໃນພາ​ສາ​ລາວ​ຄຳ​ທີ່​ໃຊ້​ຄວາມ​ໝາຍ​ຂອງ​ມັນ​ຈະ​ໄປ​ຕາມ​ປະ​ໂຫຍກທີ່​ເຮົາ​ຈະ​ເອົາ​ມາ​ນຳ​ໃຊ້​.

ສັນ : ໝາຍເຖິງ ສິ່ງທີ່ມີລັກສະນະເປັນໂນນ ເປັນຫຼັງຍາວ ເປັນແປ ເຊັ່ນ: ສັນພູ; ສັນພ້າ ສິນມີດ ເຊິ່ງຢູ່ເບື້ອງກົງກັນຂ້າມກັບຄົມ. ຊິ້ນສັນ: ໝາຍເຖິງຊີ້ນທີ່ຢູ່ຕິດກັບກະດູກສັນຫຼັງຂອງສັດເຊັ່ນ: ສັນງົວ; ສັນຄວາຍ; ສັນໝູ… ເຊິ່ງເປັນທີ່ນິຍົມໃນການນໍາມາປຸງແຕ່ງອາຫານເພາະເປັນຊີ້ນທີ່ມີເນື້ອນຸ້ມ ບໍ່ຫຍາບໜຽວ. ອີກຄວາມໝາຍໜຶ່ງ ສັນ ຫາກ​ຢູ່​ໃນ​ຄວາມ​ໝາຍ​ທາງ​ພຸດ​ທະ​ສາດ​ສະ​ໜາ​ຈະ​ມີ​ຄວາມ​ໝາຍວ່າ ຮັບ​ປະ​ທານ(ຕອນ​ສວຍ) ເຊັ່ນ ສັນ​ເພັນ​ ໝາຍເຖິງ​ຮັບ​ປະ​ທານອາຫານຄາບສວຍຂອງນັກບວດທາງສາສະໜາພຸດ ຫຼື ມັກເວົ້າວ່າ ເນນ, ພຣະ, ຄູບາ ເຊິ່ງເອີ້ນ​ການ​ຮັບ​ປະ​ທານອາຫານສວຍວ່າ ສັນເ​ພັນ, ສ່ວນ ເພັນ ໝາຍເຖິງ ຕາເວັນທ່ຽງ ຫຼື ທ່ຽງວັນ​.

ຄໍາວ່າ:ສັນຍາ ໝາຍເຖິງຂໍ້ຕົກລົງທີ່ເຮັດຮ່ວມກັນນັບຕັ້ງແຕ່ສອງ ຫຼື ຫຼາຍຄົນຂຶ້ນໄປ ຫຼື ຫຼາຍຝ່າຍ ,ມີຄວາມຕົກລົງເຫັນດີເຮັດການຄ້າຫຼືສິ່ງໃດໜຶ່ງຮ່ວກັນ …

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido

 
 
 

コメント


© 2023 by NOMAD ON THE ROAD. Proudly created with Wix.com

bottom of page