ສົນທະນາຄວາມແຕກຕ່າງ ແລະ ຄວາມໝາຍຂອງ”ຂອບໃຈ”&”ຄອບໃຈ”
- Superphil Phil
- Mar 31, 2020
- 1 min read
ໄດ້ຍິນຄໍາວ່າ “ຂອບໃຈ” ເຮົາກໍຮູ້ສຶກມີຄວາມມ່ວນຊື່ນໃນຈິດໃຈທັນທີ ພ້ອມທັງມີຄໍາຕອບໄປວ່າ “ບໍ່ເປັນຫຍັງ” ບາງຄັ້ງເຮົາກໍຕື່ມຄໍາວ່າ “ດອກ” ເຂົ້າໄປ ເຮັດໃຫ້ກາຍເປັນ “ບໍ່ເປັນຫຍັງດອກ”. ຄໍາເວົ້າດັ່ງກ່າວນັ້ນ ສາມາດເຮັດໃຫ້ທັງຜູ້ກ່າວ “ຂອບໃຈ” ແລະຜູ້ຮັບຄໍາຂອບໃຈ ຕ່າງກໍມີຄວາມຮູ້ສຶກດີໆຕໍ່ກັນ.
ແຕ່ກໍມີບາງກໍລະນີ ເຮົາໄດ້ເຮັດສິ່ງໃດສິ່ງໜຶ່ງໃຫ້ຜູ້ໃດຜູ້ໜຶ່ງ ເຮັດໄປແລ້ວເຮົາກໍຮູ້ສຶກພາກພູມໃຈ ແຕ່ຍັງບໍ່ທັນເຕັມຮ້ອຍ ຫາກບໍ່ໄດ້ຮັບຄໍາວ່າ “ຂອບໃຈ” ຈາກຜູ້ທີ່ເຮົາໄດ້ເຮັດສິ່ງໃດສິ່ງໜຶ່ງແກ່ເຂົາໄປແລ້ວ. ໃນຊີວິດຕົວຈິງ ກໍຍັງມີບາງຄົນທີ່ບໍ່ຮູ້ກ່າວຄໍາຂອບໃຈ ເຖິງຈະມີຜູ້ໃດຜູ້ໜຶ່ງໄດ້ຊ່ອຍ ຫຼືໃຫ້ອັນໃດອັນໜຶ່ງແກ່ຕົນກໍຕາມ. ຫາກຄົນຜູ້ໃດບໍ່ຫັດກ່າວຄໍາຂອບໃຈແກ່ຜູ້ທີ່ມີພະຄຸນຕໍ່ຕົນແລ້ວ ຄົນຜູ້ນັ້ນກໍຄົງມີໂອກາດກ້າວໄປສູ່ຄວາມເປັນຄົນທີ່ກ້າວຫນ້າສີວິໄລໄດ້ຍາກ.

“ຂອບໃຈ”, ໃນອີກມູມໜື່ງຂອງຄວາມໝາຍກໍ່ອາດຈະບົ່ງບອກເຖິງການຂອບໃຈທີ່ບໍ່ໄດ້ມີສິ່ງຕອບແທນກັບຄືນມາແຕ່ຢ່າງໃດເຊັ່ນ, ເວລາເຮົາໄປຂໍຮ້ອງໃຫ້ໃຜຈັກຄົນໜື່ງຊ່ວຍເຫລືອ ຫລື ເຮັດສິ່ງໃດສິງໜື່ງໃຫ້ ແຕ່ຜູ້ນັ້ນຊ້ຳພັດຊ່ວຍບໍ່ໄດ້ດ້ວຍເຫດຜົນໃດໆກໍ່ດີ, ເຮົາກໍ່ສາມາດໃຊ້ຄຳຂອບໃຈໃນແບບດຽວກັນໄດ້
ນັ້ນແມ່ນຢາກເວົ້າເຖິງຄວາມໝາຍລວມໆຂອງຄໍາວ່າ “ຂອບໃຈ”, ແຕ່ຢູ່ໃນວັດຈະນານຸກົມ ໄດ້ອະທິບາຍຄໍານີ້ໄວ້ດັ່ງນີ້: “ສະແດງຄວາມຮູ້ບຸນຄຸນໃນນໍ້າໃຈທີ່ມີເມດຕາກະລຸນາ, ກ່າວຕອບແທນບຸນຄຸນຜູ້ອື່ນດ້ວຍຄວາມເວົ້າທີ່ມາຈາກໃຈຈິງ.”
ເວລາຂຽນ ປາກົດມີບາງຄົນສະກົດເປັນ “ຄອບໃຈ” ເຊິ່ງຜິດແຜກຈາກການສະກົດໃນວັດຈະນານຸກົມ ແລະຄວາມນິຍົມຂອງຄົນສ່ວນຫຼາຍ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
ແຫລ່ງທີ່ມາ: fb #ປ່ອງຢ້ຽມພາສາລາວ
Comments