top of page
Search

ສິ່ງປຸກສ້າງກວມເອົາເຂດສະຫງວນທາງ​​ໃຫ້ຮື້ຖອນອອກພາຍໃນ 15 ວັນ.

  • Writer: Superphil Phil
    Superphil Phil
  • Sep 20, 2020
  • 1 min read

ສິ່ງປຸກສ້າງກວມເອົາເຂດສະຫງວນທາງ​​ໃຫ້ຮື້ຖອນອອກພາຍໃນ 15 ວັນ. ເພື່ອ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ແລະ ເພື່ອ​ຄວາມ​ສວຍ​ງາມ​ຂອງ​ເມືອງວັງ​ວຽງ​ກໍ​ຄື​ໃບ​ໜ້າ​ໃບ​ຕາ​ຂອງ​ແຫລ່ງ​ທ່ອງ​ທ່ຽວ​ໃນ ສ​ປ​ປ ລາວ, ໃຫ້​ມີ​ຄວາມ​ສະ​ອາດ​ງາມ​ຕາ​ເຊິງ​ປະ​ຈຸ​ບັນ​ຍັງ​ຄົງ​ເຫັນ​ຄວາມ​ບໍ່​ເປັນ​ລະ​ບຽບ​ປານ​ໃດ​ຕາມ​ແຄມ​ທາງ​ຕ່າງໆ, ການ​ຖິ້ມ​ຂີ້​ເຫຍື້ອ ແລະ ນ້ຳ​ເສຍ​ຕ່າງໆ​ຍັງ​ຄົງ​ເປັນ​ບັນ​ຫາ​ຢູ່.  ສະ​ນັ້ນຄະນະສະເພາະກິດແກ້ໄຂປະກົດການຫຍໍ້ທໍ້ ເມືອງວັງວຽງ ແຂວງວຽງຈັນ ໄດ້ອອກໜັງສືແຈ້ງການ ເຖິງ: ຜູ້ປະກອບການທຸລະກິດ, ພໍ່ຄ້າຊາວຂາຍ ພາຍໃນເທດສະບານ ແລະ ທົ່ວເມືອງວັງວຽງ. ເລື່ອງ: ການໃຫ້ຄວາມຮ່ວມມື ແລະ ສະໜອງຂໍ້ມູນໃຫ້ແກ່ຄະນະສະເພາະກິດຂັ້ນສູນກາງ, ແຂວງ ແລະ ເມືອງ ທີ່ຈະລົງມາເຮັດວຽກແກ້ໄຂປະກົດການຫຍໍ້ທໍ້ພາຍໃນເມືອງວັງວຽງໂດຍມີເນື້ອໃນແຈ້ງການດັ່ງນີ້:

ພາບ: vientianemai.net.

ໃຫ້ພໍ່ແມ່ປະຊາຊົນ,ຜູ້ປະກອບການທຸລະກິດ ພໍ່ຄ້າຊາວຂາຍໃນເຂດເທດສະບານ ແລະ ທົ່ວເມືອງວັງວຽງ ອໍານວຍຄວາມສະດວກ ແລະ ໃຫ້ຄວາມຮ່ວມມື ໃນການລົງເຮັດວຽກຂອງຄະນະສະເພາຈິດແກ້ໄຂສິ່ງກີດຂວາງຕາມເຂດສະຫງວນທາງຍ່າງ ແລະ ທ້ອງຖະໜົນ.

  • ໃຫ້ພໍ່ແມ່ປະຊາຊົນ,ຜູ້ປະກອບການທຸລະກິດ ພໍ່ຄ້າຊາວຂາຍໃນເຂດເທດສະບານ ແລະ ທົ່ວເມືອງວັງວຽງຕື່ນຕົວ ແລະ ເປັນເຈົ້າການໃນການກວດກາ ເບິ່ງສິ່ງປຸກສ້າງ,ການເກາະເອີບ, ຕໍ່ເຕີມ, ວັດຖຸອຸປະກອນທີ່ບໍລິການ ໃນທຸລະກິດ ແລະ ປ້າຍໂຄສະນາ ທີ່ກວມເອົາເຂດສະຫງວນທາງຍ່າງ, ແຄມນ້ຳຊອງ , ແລະ ບ່ອນອື່ນໆທີ່ເປັນເຂດສະຫງວນຂອງສາທາລະນະ, ແມ່ນໃຫ້ຮື້ຖອນ,ຍົກຍ້າຍອອກ ກຳນົດເວລາ 15 ວັນ ນັບແຕ່ມື້ອອກແຈ້ງການສະບັບນີ້(16 ກັນຍາ ຫາ ວັນທີ 30 ກັນຍາ 2020) ໃຫ້ສໍາເລັດ, ຖ້າບໍ່ສໍາເລັດແມ່ນຈະຖືກກ່າວເຕືອນພ້ອມທັງປັບໃໝເປັນຈຳນວນເງິນ 10.000.000 (ສິບລ້ານກີບ).

  • ໃຫ້ພໍ່ແມ່ປະຊາຊົນ,ຜູ້ປະກອບການທຸລະກິດ ພໍ່ຄ້າຊາວຂາຍໃນເຂດເທດສະບານ ແລະ ທົ່ວເມືອງວັງວຽງຕື່ນຕົວ ແລະ ເປັນເຈົ້າການ ໃນການເກັບມ້ຽນຂີ້ເຫຍື້ອ, ສິ່ງເສດເຫຼືອຈາກການກໍ່ສ້າງ, ການປ່ອຍນ້ຳເປື້ອນລົງນໍ້າຊອງ ໂດຍທີ່ບໍ່ຜ່ານການບໍາບັດ ແລ້ວປ່ອຍອອກສູ່ຮ່ອງລະບາຍນ້ໍາທໍາມະຊາດແມ່ນຢຸດເຊົາ ຫລື ຊອກຫາວິທີແກ້ໄຂໂດຍດ່ວນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

תגובות


© 2023 by NOMAD ON THE ROAD. Proudly created with Wix.com

bottom of page