top of page
Search

ສິ່ງຕ້ອງປະຕິບັດ ສຳ​ລັບ​ຄົນ​ທີ່ຢາກເດີນທາງໄປຕ່າງປະເທດໄລຍະນີ້

  • Writer: Superphil Phil
    Superphil Phil
  • May 16, 2020
  • 1 min read

ສຳ​ລັບ​ຄົນ​ທີ່ຢາກເດີນທາງໄປຕ່າງປະເທດໄລຍະນີ້ຕ້ອງ​ເຮັດ​ແນວ​ໃດ?

ດັ່ງ​ທີ່ຮູ້ກັນດີແລ້ວ​ວ່າ​ຊ່ວງ​ເຟົ້າ​ລະ​ວັງ, ຊ່ວງລັອກດາວຂອງປະເທດເຮົາຍັງທັນສິ້ນສຸດ ເຊິ່ງຕ້ອງລໍຖ້າຕິດຕາມສະຖານະການຕໍ່ໄປ ຈົນກວ່າລັດຖະບານຈະມີຄຳເຫັນປົດລັອກຢ່າງຂາດຕົວຈິ່ງສາມາດເຄື່ອນໄຫວໄປມາໄດ້ປົກກະຕິ, ສຳ​ລັບ​ຄົນ​ທີ່ຢາກເດີນ​ທາງໄປຕ່າງປະເທດຈະເຮັດແນວໃດ

ອີງຕາມຄຳແນະນຳຂອງກະຊວງການຕ່າງປະເທດ ເນື່ອງຈາກວ່າ ລັດຖະບານລາວ ຍັງສືບຕໍ່ປີດດ່ານ ຊາຍແດນທາງບົກ ແລະ ທາງອາກາດໃນຂອບເຂດທົ່ວປະເທດ ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດທີ່ຮ້າຍແຮງ ຢູ່ ສປປ ລາວ ຂອງພະຍາດ ໂກວິດ-19, ສະນັ້ນ ຖ້າຫາກບຸກຄົນ ຫຼື ນິຕິບຸກຄົນໃດ ທີ່ມີຈຸດປະສົງຈະເດີນທາງເຂົ້າ-ອອກ ສປປ ລາວ ຈະຕ້ອງໄດ້ປະຕິບັດຕາມຂັ້ນຕອນ ແລະ ມາດຕະການຂອງປະເທດເຮົາຢ່າງເຄັ່ງຄັດ ແລະມືນີ້ແອັດຈະຍົກເອົາແຕ່ຂາອອກມາຝາກ. ກ່ຽວກັບຜູ້ທີ່ຈະເດີນທາງໄປຕ່າງປະເທດ ສໍາລັບພົນລະເມືອງຕ່າງປະເທດທີ່ມີສະຖານເອກອັກຄະລັດຖະທູດປະຈໍາ ສປປ ລາວ ຕ້ອງໄປລົງທະບຽນຢູ່ ສະຖານເອກອັກຄະລັດຖະທູດດັ່ງກ່າວ ເພື່ອແຈ້ງຈຸດປະສົງການຂໍເດີນທາງອອກ ສປປ ລາວ ແລະ ຕ້ອງໄດ້ ປະຕິບັດຕາມລະບຽບການທີ່ກ່ຽວຂ້ອງ ຂອງປະເທດທີ່ຈະເດີນທາງເຂົ້າ; ສະຖານເອກອັກຄະລັດຖະທູດທີ່ກ່ຽວຂ້ອງ ຕ້ອງເຮັດຫນັງສືສະເຫນີມາຍັງກະຊວງການຕ່າງປະເທດ ພ້ອມບັນຊີລາຍຊື່, ເລກທີ່ຫນັງສືຜ່ານແດນ, ວັນເວລາ, ດ່ານທີ່ຈະເດີນທາງອອກ, ພາຫະນະໃນການເດີນທາງ ແລະ ລາຍລະອຽດອື່ນໆ ເພື່ອພິຈາລະນາອໍານວຍຄວາມສະດວກ;

​ຂໍ້​ມູນສຳ​ລັບ​ຄົນ​ທີ່ຢາກເດີນທາງໄປຕ່າງປະເທດໄລຍະນີ້ຕ້ອງ​ເຮັດ​ແນວ​ໃດ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page