top of page
Search

ສັງຄົມ; ສັງຄົມນິຍົມ ແລະ ສັງຄົມສາດ ໃນພາສາລາວມີຄວາມໝາຍແນວໃດ ?

  • Writer: Superphil Phil
    Superphil Phil
  • May 14, 2020
  • 1 min read

ສັງຄົມ; ສັງຄົມນິຍົມ ແລະ ສັງຄົມສາດ ໃນພາສາລາວມີຄວາມໝາຍແນວໃດ ?

ໃນ​ພາ​ສາ​ລາວ ການ​ເອົາ​ຄຳ​ມາ​ຕໍ່​ກັນ​ເປັນ​ຄຳ​ສາ​ມາດ​ເຮັດ​ໃຫ້​ຄວາມ​ໝາຍ​ຂອງ​ຄຳ ຫລື ປະ​ໂຫຍກ​ນັ້ນ​ປ່ຽນ​ໄປ​ໄດ້​ຄົນ​ລະ​ຄວາມ​ໝາຍ​ເລີຍ ເຊັ່ນ​ດັ່ງ​ສາມ​ຄຳ​ໃນ​ທີ່​ນີ້​ເຮົາ​ຈະ​ມາ​ອະ​ທິ​ບາຍ​ການ​ແບບ​ລະ​ອຽດ​ຂື້ນ​ຕື່ມ​ເຊິ່ງ​ໄດ້​ຮຽບ​ຮຽງ​ມາ​ໄວ້​ຈ່ຳ​ນວນ​ໜື່ງ.

ຄໍາວ່າ:ສັງຄົມ ແມ່ນການຢູ່ຮ່ວມກັນຂອງມະນຸດນັບຕັ້ງແຕ່ສອງຄົນຂຶ້ນໄປ ເຊິ່ງມີຄວາມພົວພັນເຊິ່ງກັນ ແລະ ກັນຫຼາຍຮູບແບບເຊັ່ນ: ເປັນຄອບຄົວ; ກຸ່ມພັກພວກ; ອາຊີບ; ການຄ້າຂາຍໄປມາຫາສູ່…ເວົ້າງ່າຍໆແມ່ນການພົວພັນລະຫວ່າງຄົນກັບຄົນ ເອີ້ນວ່າ: ສັງຄົມ ການພົວພັນກັນຢູ່ໃນສັງຄົມນັ້ນໄດ້ເຮັດໃຫ້ມະນຸດມີການປຽບທຽບຊັ່ງຊາ ເປັນການຊ່ວຍ ແລະ ພັດທະນາ ສ້າງສາໃຫ້ມະນຸດມີຄວາມຈະເລີນເຕີບໂຕທາງດ້ານຮ່າງກາຍ ມັນສະໝອງແລະພັດທະນາສິ່ງຕ່າງໆໄດ້ຢ່າງຮອບດ້ານ ແລະ ທັນສະໄໝຂຶ້ນໄດ້ຢ່າງໄວວາ.


ຄໍາວ່າ:ສັງຄົມນິຍົມ ໝາຍເຖິງ ຫຼັກການປົກຄອງຂອງລະບອບປະຊາທິປະໄຕ ປະຊາຊົນ ເປັນລະບົບສັງຄົມ ແລະ ເສດຖະກິດ ເຊິ່ງມີລັກສະນະຄືສັງຄົມເປັນເຈົ້າຂອງການຜະລິດ ແລະ ການຈັດການເສດຖະກິດແບບຮ່ວມມື.


ເປັນທິດສະດີ ຫຼື ຫຼັກການໃນການດໍາເນີນນະໂຍບາຍຕ່າງໆແບບສັງຄົມນິຍົມ ລັດຄຸ້ມຄອງປະຊາຊົນເປັນເຈົ້າ


ເປັນອຸດົມການທີ່ມີຄວາມເຊື່ອໝັ້ນໃນຫຼັກການວ່າ ສັງຄົມຄວນດໍາລົງຄົງຕົວຢູ່ພາຍໃຕ້ການຄວບຄຸມກົນໄກ ແລະວິທີການຜະລິດໂດຍປະຊາຊົນແບບລວມໝູ່ ເຊັ່ນ: ສະຫະກອນ ເປັນເຈົ້າຂອງກໍາມະສິດການຜະລິດທຸກຢ່າງ ທັງນີ້ເພື່ອໃຫ້ປວງຊົນມີສິດຊົມໃຊ້ເທົ່າທຽມກັນ.


ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page