ສິງທີ່ຄວນເຮັດ ແລະ ບໍ່ຄວນເຮັດເວລາມາຫົດສົງນ້ຳ ພະບາງ.
- Superphil Phil
- Sep 6, 2020
- 1 min read
ສິງທີ່ຄວນເຮັດ ແລະ ບໍ່ຄວນເຮັດເວລາມາຫົດສົງນ້ຳ ພະບາງ. 1.ປູເຍີ-ຍາເຍີ ຂຶ້ນໄປຫົດສົງກ່ອນ ເນຶ່ອງດ້ວຍພວກເຮົານັບຖຶວາເປັນເທວະດາຫຼວງ ບັນພະບູລຸດຂອງຄົນລາວ. 2.ພະສົງເຖຣະ 9 ອົງຂຶ້ນຫົດສົງເນຶ່ອງດ້ວຍເປັນຜູ້ນຳດ້ານວັດວາພຸດທະສາສນາ ຮີດຄອງປະເພນີຂອງຊາວພຸດ. 3.ພາມມະນາຈານທັງ 8 ເນຶ່ອງຈາກເປັນຜູ້ຫຼັກຜູ້ໃຫຍ່ອາວູໂສໃນບ້ານເມຶອງ ເປັນທີ່ປຶກສາແກ່ພະຣາຊາໃນສະໄໝກ່ອນ. 4.ການນຳຂັ້ນສູນກາງ ແຂວງ ເມຶອງຕາມລຳດັບຂັ້ນ ເປັນຝ່າຍເຈົ້ານາຍບ້ານເມຶອງ. 5. ນາງສາວສັງຂານທັງ 7 ລູກສາວຜະຍາກາບິນລະພົມ ອັນກ່ຽວກັບຕຳນານສົງການ. 6.ຜູ້ນຳອາວູໂສເຖົ້າແກ່ ພໍ່ຄ້າຊາວຂາຍ. 7. ຊາວພຸທທະສາສະນິກະຊົນບັນດາເຜົາທົ່ວໄປທີ່ມາຮ່ວມ.
ຂໍ້ຫ້າມໃນການຂຶ້ນສົງນ້ຳ. 1.ຫ້າມໄຕ້ທູບທຽນລະຫວ່າງນັ່ງລໍກ່ອນພິທີເລີມ. 2.ຫ້າມຜູ້ນຸ່ງເຄຶ່ອງບໍ່ສຸພາບຮຽບຮ້ອຍ ບໍ່ຖຶກຕາມເອກະລັກວັດທະນະທຳຊາວພຸດ. 3. ຫ້າມຜູ້ມີອາການມຶນເມົາ. 4.ຫ້າມເອົາພ່ວງມາໄລດອກໄປແຂວນຫລຶຫ້ອຍໄວກັບອົງພະ. 5.ຫ້າມສົງນ້ຳດ້ວຍການຫົດກັບຫໍສົງ ໃຫ້ສົງທາງຫາງສົງນາກຢ່າງດຽວ. ຂໍ້ຄວນປະຕິບັດ. 1.ມາດ້ວຍຄວາມເຄົາສັດທາ ເອົານ້ຳສະອາດ ນ້ຳຫອມ ມີດອກໄມ້ທູບ3ດອກ ທຽນ2 ມາຂາບອະທິຖານກ່ອນຂຶ້ນສົງ. 2.ປົດເກີບໄວ້ນອກກ່ອນຂຶ້ນສົງ. 3. ບໍ່ຖີ້ມປະຂີ້ເຫຍຶອທີ່ຕົນເອງນຳມາກະກຽມໄວ້ບໍລິເວນພາມຫໍສົງ. ສະເພາະພຣະສົງຄ໌ສາມະເນນທີ່ມີຫນ້າທີ່ດັບທູບທຽນເທົ່ານັ້ນ ທີ່ສາມາດເຂົ້າໄປໃນບໍລິເວນຂ້າງໃນໄດ້ ເພື່ອດູແລດັບທູບທຽນທີ່ພໍ່ອອກແມ່ອອກໄຕ້ບູຊາ ແຕ່ບໍ່ສາມາດແຕະຕ້ອງອົງຄ໌ພຣະບາງໄດ້. * ຜູ້ຄົນທີ່ມາສົງນ້ຳພຣະບາງ ຈະເປັນພຣະ ຫຼື ເປັນພໍ່ອອກແມ່ອອກ ຕ້ອງຂຶ້ນສົງນ້ຳພຣະບາງຜ່ານຮາງສົງທີ່ທາງວັດຈັດໄວ້ໃຫ້ເທົ່ານັ້ນ. * ບໍ່ສາມາດສົງນ້ຳໃສ່ອົງຄ໌ພຣະບາງໂດຍຕົງ. ຂັ້ນຕອນປະເພນີການປະຕິບັດໃນເວລາມາຫົດສົງນ້ຳພະບາງ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.
Comentarios