ວາງແຜນການວຽກງານການຕ້ານການຄ້າມະນຸດໃນປີ 2020.
- Superphil Phil
- Aug 1, 2020
- 1 min read
ວາງແຜນການວຽກງານການຕ້ານການຄ້າມະນຸດໃນປີ 2020. ໃນວັນທີ 30 ກໍລະກົດ 2020 ຢູ່ທີ່ ກະຊວງແຜນການ ແລະ ການລົງທືນໄດ້ຈັດປະຊຸມກ່ຽວກັບການຕ້ານການຄ້າມະນຸດໂດຍ ປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ພ້ອມດ້ວຍຄະນະກໍາມະການ ແລະ ບັນດາຄະນະກໍາມະການ ມາຈາກຂະແໜງການຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຮອງປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ (ຜູ້ປະຈໍາການ) ໄດ້ຜ່ານບົດສະຫຼຸບ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2020 ກ່ຽວກັບວຽກງານຕ້ານກາານຄ້າມະນຸດໂດຍໃຫ້ຮູ້ວ່າ: ໃນໄລຍະ 06 ເດືອນຜ່ານມາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ແຂວງ, ນະຄອນຫຼວງ ແມ່ນໄດ້ສຸມໃສ່ປັບປຸງນິຕິກໍາ, ປັບປຸງກົນໄກທີ່ກ່ຽວຂ້ອງກັບວຽກງານຕ້ານການຄ້າມະນຸດ ເປັນຕົ້ນ: ໄດ້ສ້າງຄະນະກໍາມະການຕ້ານການຄ້າມະນຸດ ສໍາເລັດ 16 ແຂວງ, ໄດ້ເອົາໃຈໃສ່ເຮັດວຽກງານໂຄສະນາສຶກສາອົບຮົມ ດ້ວຍຫຼາຍຮູບຫຼາຍສີຫຼາຍວິທີ, ສ້າງບົດເພງ, ລະຄອນສັ້ນ, ລະຄອນຍາວ, ໂຄສະນາຜ່ານວິທະຍຸ, ໂທລະພາບ, ສື່ສັງຄົມອອນລາຍ ແລະ ລົງໂຄສະນາ ເພື່ອເຮັດໃຫ້ປະຊາຊົນບັນດາຊັ້ນຄົນໂດຍສະເພະາຊາວໜຸ່ມເຍົາວະຊົນ ນັບທັງສູນກາງ ແລະ ທ້ອງຖິ່ນທີ່ຢູ່ຫ່າງໄກສອກຫຼີກ ໄດ້ຮັບຮູ້-ເຂົ້າໃຈຕໍ່ຜົນຮ້າຍຂອງການຄ້າມະນຸດ, ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນວຽກງານດັ່ງກ່າວ, ພ້ອມນັ້ນກໍໄດ້ເອົາໃຈໃສ່ໃນການປະຕິບັດມາດຕະການທາງດ້ານກົດໝາຍ ຕໍ່ຜູ້ກະທໍາຜິດໂດຍກໍານົດເອົາ, ນາຍໜ້າ, ຫົວໂປ່ໂຕການໄດ້ຈໍານວນໜຶ່ງມາດໍາເນີນຄະດີຕາມກົດໝາຍ. ວາງແຜນການ ແລະ ທົບທວນວຽກງານການຕ້ານການຄ້າມະນຸດ ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Commentaires