ວາງມາດຕະການລາຄາສິນຄ້າໃນໄລຍະມີການແຜ່ລະບາດພະຍາດໂຄວິດ-19.
- Superphil Phil
- Apr 14, 2020
- 1 min read
ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນກຳນົດລາຄາສິນຄ້າ ໃນໄລຍະມີການແຜ່ລະບາດພະຍາດໂຄວິດ-19.
ໃນຊວງໄລຍະທີ່ມີການແຜ່ລະບາດຂອງພະຍາດ ໂຄວິດ-19, ແລະ ເນືອງຈາກສະພາບປະຈຸບັນມີຄົນສົກສວຍໂອກາດໃນຊວງນີ້ເພື່ອປັບຂື້ນລາຄາສິນຄ້າຕາມໃຈຊອບເຮັດໃຫ້ສົ່ງຜົນກະທົບຕໍ່ປະຊາຊົນດັ່ງນັ້ນ ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ຈຶ່ງໄດ້ອອກແຈ້ງການສະບັບເລກທີ 0653/ອຄ.ນວ.ຄພນ ລົງວັນທີ 03 ເມສາ2020, ແຈ້ງລາຄາສິນຄ້າ ໃນໄລຍະມີສະພາບການແຜ່ລະບາດໂຄວິດ-19.

ພາບ: Matthew Horwood
ລາຍລະອຽດຕາມແຈ້ງການລຸ່ມນີ້: ເຂົ້າສານໜຽວ ປະເພດ1 ລາຄາສູງສຸດ 9000 ກີບ/ກີໂລ ເຂົ້າສານໜຽວ ປະເພດ2 ລາຄາສູງສຸດ 7750 ກີບ/ກີໂລ ເຂົ້າຈ້າວ ປະເພດ1 ລາຄາສູງສຸດ 10.000 ກີບ/ກີໂລ ເຂົ້າຈ້າວ ປະເພດ2 ລາຄາສູງສຸດ 8500 ກີບ/ກີໂລ ຊີ້ນງົວ ຄວາຍ ປະເພດ1 ລາຄາສູງສຸດ 80.000 ກີບ/ກີໂລ ຊີ້ນງົວ ຄວາຍ ປະເພດ2 ລາຄາສູງສຸດ 65.000 ກີບ/ກີໂລ ໝູລາຄາຟາມ ລາຄາສູງສຸດ 23.500 ກີບ/ກີໂລ ຊີ້ນຫມູ ປະເພດ1 ລາຄາສູງສຸດ 40.000 ກີບ/ກີໂລ ຊີ້ນຫມູ ປະເພດ2 ລາຄາສູງສຸດ 38.000 ກີບ/ກີໂລ ປານີນກະຊັງ ລາຄາໜ້າຟາມ 16.500 ກີບ/ກີໂລ ປານີນກະຊັງລາຄາຕະຫລາດ 20.000/ກີໂລ ປາດຸກພັນ ລາຄາຕະຫລາດ 19.000 ກີບ/ກີໂລ
ໄກ່ລາດປອກ ລາຄາ 50.000 ກີບ/ກີໂລ ໄກ່ພັນປອກ ລາຄາ 25.000 ກີບ/ກີໂລ ໄຂ່ໄກ່ ເບີ1 ລາຄາ 34.000 ກີບ/ແຕະ ໄຂ່ໄກ່ ເບີ2 ລາຄາ 32.000 ກີບ/ແຕະ
ເບິ່ງລາຍລະອຽດເພີ່ມໄດ້ທີ່: ກຳນົດລາຄາສິນຄ້າ ໃນໄລຍະມີການແຜ່ລະບາດພະຍາດໂຄວິດ-19.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments