top of page
Search

ວັດເມືອງກາງ ວັດເກົ່າແກ່ທີ່ສຸດໃນເມືອງຈຳປາສັກ

  • Writer: Superphil Phil
    Superphil Phil
  • Mar 18, 2020
  • 1 min read

ວັດເມືອງກາງ ວັດເກົ່າແກ່ທີ່ສຸດໃນເມືອງຈຳປາສັກ ຄວາມງາມຈາກສວ່ນປະສົມຂອງສິລະປະຕາເວັນອອກສຽງໃຕ້ ແລະ ຕາເວັກຕົກ


ອາຄານ ຫໍໄຕປິດົກ

ວັດເມືອງກາງ Wat Muang Kang ຫຼື ເອີ້ນອີກຊື່ໜື່ງວ່າ ວັດພຸດທະວັນນາຣາມ ເປັນວັດທີ່ເກົ່າແກ່ທີ່ສຸດຢູ່ໃນ ເມືອງຈຳປາສັກ ແຂວງຈຳປາສັກ ສ້າງຂື້ນໃນສັດຕະວັດທີ 19, ວັດທີ່ສຳຄັນ ແລະ ໜ້າປະທັບໃຈແຫ່ງນີ້ ເປັນສັນນາລັກແຫ່ງຄວາມຈະເລີນຮຸ່ງເຮືອງທາງພຸດທະສາດສະໜາຂອງດິນແດນແຫ່ງນີ້ປະກອບມີອາຄານ 5 ຫຼັງ ເຊິ່ງເປັນຮູບແບບສິລະປະ ປະສົມປະສານລະຫວ່າງ ຮູບແບບຕາເວັນຕົກ ປະສົມຫວຽດນາມ, ລາວ, ສະຫຍາມ ແບບດັ່ງເດີມ ທີ່ມີເອກະລັກສະເພາະ ແລະ ໄດ້ຮັບອິດທິພົນຈາກສ ສະຖາປັດຕະຍະກຳສະຫຍາມ ແລະ ຂອມ. ວັດແຫ່ງນີ້ຕັ້ງຢູ່ ລຽບໄປຕາມແຄບຝັ່ງ ແມ່ນໍ້າຂອງ.

ພາບ: laosjourney.com


ອາຄານ ກຸດຕິ ເຮັດດ້ວຍໄມ້ເນື້ອແຂງ

ວັດພຸດທະວັນນາຣາມ (ວັດເມືອງກາງ) ໄດ້ຮັບການກໍ່ຕັ້ງຂຶ້ນມາໄດ້ປະມານ 500 ກວ່າປີ, ໃນປີ ພສ 2042 “ຄສ 1499” ເປັນວັດທີ່ມີຄວາມຮຸ່ງເຮືອງ ສີວິໄລມາແຕ່ບູຮານ, ເປັນສູນກາງທາງດ້ານພຸດທະສາສະໜາໃນສະໄໝກ່ອນ, ເປັນບ່ອນສຶກສາຄົ້ນຄວ້າ-ຮໍ່າຮຽນຂອງ ພຣະສົງສຳມະເນນ, ສິດສານຸສິດ, ອອກຕົນຍາດໂຍມ. ຫໍພະໄຕປີດົກ ເປັນບ່ອນຢັ້ງຢືນ ແລະ ເປັນຫຼັກຖານສຳຄັນ ທີ່ສະແດງເຖິງການເປັນສູນກາງການຮຽນຮູ້ຕ່າງໆ ໃນທາງທຳ ແລະ ທາງໂລກ, ພາຍຫລັງທີ່ວັດພູຈຳປາສັກ ແລະ ພື້ນທີ່ອ້ອມຮອບ ໄດ້ຮັບການຈົດທະບຽນເຂົ້າປັນມໍລະດົກໂລກ ໂດຍອົງການ ອຸຍແນສໂກ, ວັດດັ່ງກ່າວ ກໍ່ໄດ້ກາຍເປັນສ່ວນໜຶ່ງຂອງອົງປະກອບທາງມໍລະດົກ.

ພາບ: laosjourney.com


ອາຄານ ກຸດຕິ ທີ່ສ້າງໂດຍນຳໃຊ້ເຕັກນິກພື້ນເມືອງ ໂດຍໃຊ້ຝາກະແຕະໄມ້ໄຜ່ ໂດຍມີການໃຊ້ດິນປະສົມກັບຂີ້ງົວອັດຫຸ້ມ.

ພາບ: laosjourney.com


ອາຄານ ຫໍແຈກ

ມາຮອດປະຈຸບັນນີ້ ອາຄານດັ່ງກ່າວໄດ້ຊຸດໂຊມໄປຕາມການເວລາ, ບາງຫຼັງກໍ່ບໍ່ສາມາດນຳໃຊ້ໃນກິດຈະວັດທາງສົງກໍ່ຄືທາງໂລກໄດ້, ດັ່ງນັ້ນ ໃນວັນທີ 1 ທັນວາ 2018 ອຳນາດການປົກຄອງເມືອງ, ປະທານ ອພສ ແຂວງ, ອພສ ເມືອງ, ເຈົ້າອະທິການວັດ, ອຳນາດການປົກຄອງບ້ານຕະຫລອດຮອດພໍ່ແມ່ປະຊາຊົນ, ຜູ້ປະກອບການທຸລະກິດ, ຜູ້ເປັນລູກຫລານພາຍໃນບ້ານ ເປີດກອງປະຊຸມເພື່ອປຶກສາຫາລື ເພື່ອເປີດໂຄງການບູລະນະປະຕິສັງຂອນ ວັດແຫ່ງນີ້ ໃຫ້ຄົງຢູ່ເປັນມໍລະດົກຂອງທ້ອງຖິ່ນ ກໍຄືຂອງຊາດ ໃຫ້ຄຽງຄູ່ກັບພະພຸດທະສາສະໜາ ແລະ ບ້ານເມືອງສືບຕໍ່ໄປ. ນະໂອກາດນີ້ຂໍເຊີນຊວນທຸກທ່ານຜູ້ທີ່ມີຈິດໃຈໃສສັດທາຢາກຮ່ວມທືນຮອນເພື່ອປະຕິສັງຂອນວັດດັ່ງກວ່າດ້ວຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page