top of page
Search

ວັດອົງຕື້ ເມືອງຊຳໃຕ້ ບູຮານສະຖານທີ່ຖືກລືມ.

  • Writer: Superphil Phil
    Superphil Phil
  • Jun 26, 2020
  • 1 min read

ວັດສີມຸງຄຸນ ເມືອງຊຳໃຕ້ ບູຮານສະຖານທີ່ຖືກລືມ.

ວັດສີມຸງຄຸນ ຫຼື ວັດອົງຕື້ ຕັ້ງຢູ່ບ້ານຊຳໃຕ້ເກົ່າ ຫ່າງຈາກເທດສະບານເມືອງ 2 ກິໂລແມັດ. ວັດສີມົງຄຸນ ເລີ່ມສ້າງຂຶ້ນປີ ຄສ 1917-1925, ເຊິ່ງປະກອບມີ: ພະທາດສູງ 30 ແມັດ 2 ຕົ້ນ, ທາດດອກບົວ 2 ຕົ້ນ ແລະ ຫໍສົງ 2 ຫໍ ຫຼັງຈາກນັ້ນ ກໍ່ໄດ້ມີພິທີຂອດສີມວັດ, ສູດສົມໂພດພະ ແລະ ສູດເບີກວັດພ້ອມກັນ ໃນປີ ຄສ 1932. ນັບແຕ່ນັ້ນມາ ວັດສີມົງຄຸນ ແລະ ພະທາດເຈດີສອງຕົ້ນ ໄດ້ເປັນທີ່ເຄົາລົບນົບໄຫ້ວ ເປັນຫຼັກບ້ານຫຼັກເມືອງ ຂອງຊາວເມືອງຊຳໃຕ້ຕະຫຼອດມາ.

ໃນເຟສບຸກຊື່ Kay Intarasopa ຂຽນເອົາໄວ້ຢ່າງໜ້າສົນໃຈ ກ່ຽວກັບ ວັດ ສີມຸງຄຸນ ເມືອງຊຳໃຕ້ ແຂວງຫົວພັນ ເນື້ອ​ໃນ​ລາຍ​ລະ​ອຽດ​ດັ່ງ​ນີ້.

ຕາມທີ່ຂ້າພະເຈົ້າໄດ້ສຶກສາເອກະສານ “ໃບຈູມຫຼືໃບຈຸ້ມ” ຫຼື “ໜັງສືພະລາຊະອົງການ” ຂອງອານາຈັກລ້ານຊ້າງ ທີ່ເກັບຮັກສາໄວ້ທີ່ຫໍສະໝຸດແຫ່ງຊາດ ຂອງໄທ ມີເອກະສານໃບຈຸ້ມ 3 ສະບັບ ທີ່ເຮັດໃຫ້ຂ້າພະເຈົ້າແນ່ໃຈວ່າ ວັດສີມຸງຄຸນ ເມືອງຊຳໃຕ້ນັ້ນ ສ້າງຂຶ້ນໂດຍພະຍາສີມຸງຄຸນ ຫົວພັນເມືອງຊຳໃຕ້ ເອກະສານທັງ 3 ສະບັບໄດ້ແກ່

ໃບຈຸ້ມເລກທີ 2 ຂອງທ້າວອົງລອງ ມີໄປຍັງພະຍາສີມຸງຄຸນ ຫົວພັນເມືອງຊຳໃຕ້.

ໃບຈຸ້ມເລກທີ 1 ຂອງເຈົ້າອຸປະຮາດນອງ ຫຼື ທ້າວນອງ ມີໄປຍັງພະຍາສີມຸນເມືອງ ຫົວພັນເມືອງຊຳໃຕ້.

ໃບຈຸ້ມເລກທີ 15 ຂອງເຈົ້າອົງບຸນ ຫຼື ພະເຈົ້າສິລິບຸນຍະສານ ມີໄປຍັງພະຍາສີມຸງຄຸນ ບຸນເຮືອງອຸດໄທທານີ ຫົວພັນເມືອງຊຳໃຕ້.

ພາບ: Kay Intarasopa

ໃບຈຸ້ມເລກທີ 2 ເຊິ່ງເປັນໃບຈຸ້ມຂອງ ເຈົ້າອົງລອງຫຼືພະນາມໃນໃບຈຸ້ມວ່າ ສົມເດັດບໍລົມມະບໍພິດ ພະມະຫາທັນລະມິກ ລາຊາທິລາດຈັກກະພັດພູມິນ ທະລາມະຫາອຸປະຮາດເຈົ້າ ລົງສັກກະຫຼາດ 100 (ຄືຈຸລະສັກກະລາດ 1100) ຫຼື ພສ 2281 ຄວາມໂດຍຫຍໍ້ວ່າ:“ຊົງພະລາຊະກະລຸນາ ໃສ່ຫົວພະຍາສີມຸງຄຸນ (ຫົວພັນເມືອງຊຳໃຕ້) ພະຍາສີບູລົມມະລາຊາ (ແສນເມືອງ) ແລຂຸນເມືອງຊຳໃຕ້ ໃຫ້ພ້ອມກັນພີພັກຮັກສາລູກຫຼານ ໝູ່ຊຸມຂ້າໂອກາດ ຢາຍທານ ສັບພະນ້ຳໜອງກອງຂ້ອຍ ຊາວບ້ານຊາວເມືອງ ເຂດແດນເມືອງຊຳໃຕ້ທັງມວນ ກ້ຳຕາເວັນອອກຜາໄດເປັນເຂດ ຕາເວັນຕົກແມ່ນ້ຳຫາງໜູເປັນເຂດ ທາງໃຕ້ສົບເຄິນ ທາງເໜືອພູແກວແດນຫິນຕັ້ງເບ້ຍ ເປັນເຂດດິນເມືອງ ຊຳໃຕ້ມີແຕ່ໃດໃຫ້ພະຍາສີມຸງຄຸນ ພະຍາສີບູລົມລາຊາ ແລຂຸນເມືອງຊຳພິພັກຮັກສາໄວ້ໃຫ້ດີ”. ວັດສີມຸງຄຸນ ເມືອງຊຳໃຕ້ ແຂວງ​ຫົວ​ພັນ ບູຮານສະຖານທີ່ຖືກລືມ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page