top of page
Search

ວັດພະບາດນາດູ່ ເມືອງລະຄອນເພັງ ເລີ່ມຂຶ້ນທະບຽນພະພຸດທະຮູບ.

  • Writer: Superphil Phil
    Superphil Phil
  • Sep 27, 2020
  • 1 min read

Updated: Oct 19, 2020

ວັດພະບາດນາດູ່ ເມືອງລະຄອນເພັງ ເລີ່ມຂຶ້ນທະບຽນພະພຸດທະຮູບ. ເມືອງລະຄອນເພັງ, ແຂວງສາລະວັນ ແມ່ນເມືອງໜຶ່ງທີ່ມີຮີດຄອງວັດທະນາທຳ ແລະ ທຳມະຊາດ ລວມທັງແຫລ່ງທ່ອງທ່ຽວຫລາຍແຫ່ງທີ່ງົດງາມຫລາຍ, ໂດຍສະເພາະແມ່ນວັດທະນະທຳ ແລະ ພະພຸດທະຮູບ, ແລະ ຫລ້າສຸດ ຫຼັງຈາກໄດ້ສຳເລັດການຂຶ້ນທະບຽນພະພຸດທະຮູບແລ້ວຢູ່ວັດສີມຸງຄຸນ ( ວັດກາງ ) ເມືອງ ສາລະວັນແລ້ວ, ຈະເລີມສືບຕໍ່ຂື້ນທະບຽນພະພຸດທະຮູບຢູ່ເມືອງລະຄອນເພັງຕືມອີກ. ຕາມການລາຍງານຂອງເວັບໄຊ laoedaily.com.la ໃຫ້ຮູ້ວ່າ, ໃນວັນທີ 22 ກັນຍາ 2020 ນີ້, ທ່ານ ມະໄລວອນ ສີປະເສີດ ຮັກສາການຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສາລະວັນ ໄດ້ລົງຕິດຕາມການຂຶ້ນທະບຽນພະພຸດທະຮູບຢູ່ວັດພະບາດນາດູ່, ໃຫ້ກຽດເຂົ້າຮ່ວມມີທ່ານຮອງເຈົ້າເມືອງ ຜູ້ຊີ້ນຳວຽກງານວັດທະນະທຳ – ສັງຄົມ, ເຈົ້າອະທິການວັດ ພ້ອມດ້ວຍພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.

ພາບ: laoedaily.com.la

    ທ່ານ ແກ້ວປະສິດ ຊິນນະຈັກ ຮັກສາການຫົວໜ້າຂະແໜງວິຈິດສິນ ແລະ ມໍລະດົກ ກໍໄດ້ລາຍງານການລົງເຄື່ອນໄຫວຄັ້ງນີ້ ເພື່ອເປັນການປົກປັກຮັກສາມໍລະດົກຂອງຊາດກໍຄືຂອງທ້ອງຖິ່ນໄວ້ບໍ່ໃຫ້ຕົກເຮ່ຍເສຍຫາຍໄປ, ໄວ້ໃຫ້ເຊັ່ນລູກ – ຫຼານ ແລະ ຮຸ່ນຕໍ່ໆໄປ. ການຂຶ້ນທະບຽນແມ່ນຈະໄດ້ເຮັດຢ່າງລະອຽດໃຊ້ເວລາ 2 ອາທິດ ຈຶ່ງຈະສຳເລັດ ແລະ ເປັນແຫ່ງທີ 2 ຂອງແຂວງ, ພາຍຫຼັງໄດ້ສຳເລັດການຂຶ້ນທະບຽນພະພຸດທະຮູບແລ້ວຢູ່ວັດສີມຸງຄຸນ ( ວັດກາງ ) ເມືອງ ແລະ ແຂວງສາລະວັນ. ທ່ານ ບຸນປອນ ອິນທະສອນ ຮອງຫົວໜ້າພະແນກ ຖວທ ແຂວງ ໃຫ້ສຳພາດວ່າ: ຈຸດປະສົງຫຼັກທີ່ສຳຄັນອີກອັນໜຶ່ງໃນການຂຶ້ນທະບຽບບັນຊີພະພຸດທະຮູບແຫ່ງນີ້ ແມ່ນເພື່ອກຽມຮັບຮອງເອົາວັດພະບາດນາດູ່ ເປັນມໍລະດົກຂັ້ນທ້ອງຖິ່ນກໍຄືຂອງແຂວງ. ຂຶ້ນທະບຽນພະພຸດທະຮູບວັດພະບາດນາດູ່ ເມືອງລະຄອນເພັງ. ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page