top of page
Search

ວັດພະບາດ ພະທາດຄູ່ບ້ານ​ຄູ່ເມືອງ​​ຂອງ ເມືອງ​ທ່າ​ພະ​ບາດ ແຂວງ​ບໍ​ລິ​ຄຳ​ໄຊ.

  • Writer: Superphil Phil
    Superphil Phil
  • Oct 31, 2020
  • 1 min read

ວັດພະບາດ ພະທາດຄູ່ບ້ານ​ຄູ່ເມືອງ​​ຂອງ ເມືອງ​ທ່າ​ພະ​ບາດ ແຂວງ​ບໍ​ລິ​ຄຳ​ໄຊ.

ວັດ​ພະ​ບາດ ເມືອງ​ທ່າ​ພະ​ບາດ ແຂວງ​ບໍ​ລິ​ຄຳ​ໄຊ ເປັນ​ວັດ​ເກົ່າ​ແກ່​ມີ​ຊື່​ສຽງ​ແຫ່ງ​ໜຶ່ງ ໃນ​ຈຳ­ນວນ​ບັນ­ດາ​ວັດ​ທີ່​ ຕັ້ງ​ຢູ່​ລຽບ​ແຄມ​ທາງ​ເລກ​ທີ 13 ໃຕ້ໄກຈາກນະຄອນຫຼວງລົງໄປທາງໃຕ້ປະມານ 80 ກິໂລແມັດ ຄວາມ​ມີ​ຊື່​ສຽງ​ທີ່​ພຸດ​ທະ​ສາສະ​ນິ​ກະ​ຊົນ​ນິ­ຍົມ​ສັດ­ທາ ບໍ່​ສະ­ເພາະ​ແຕ່​ໃນ​ ແຂວງ​ບໍ​ລິ​ຄຳ​ໄຊ ແລະ ນະ­ຄອນ­ຫຼວງ​ເທົ່າ​ນັ້ນ ແຕ່​ຢູ່​ທາງ​ລຽບ​ຝັ່ງ​ຂອງ ເບື້ອງ​ປະ­ເທດ​ໄທ ກໍ​ຖື​ວ່າ​ເຫຼື້ອມ​ໃສ​ສັດ­ທາ ຕໍ່​ວັດ​ພະ​ບາດ ເໝືອນ​ກັນ.

ສິ່ງສຳຄັນພາຍໃນວັດມີ ຮອຍພະພຸດທະບາດ(ຮອຍຕີນພະພຸດທະເຈົ້າ), ອາຄານສະຖານທີ່ເກົ່າແກ່ ແລະອົງພະທາດ ເຊິ່ງຖືວ່າເປັນພະທາດສັກສິດຄູ່ບ້ານຄູ່ເມືອງຂອງແຂວງບໍລິຄຳໄຊກໍວ່າໄດ້, ເປັນວັດໜຶ່ງທີ່ເກົ່າແກ່ ຂອງຊາວເມືອງທ່າພະບາດ ແລະ ປະຊາຊົນຊາວພຸດທະສາສະໜາ ໄດ້ໃຫ້ເຄົາລົບນັບຖື ແລະ ສັກກະລະບູຊາ ມາເປັນເວລາເຫິງນານ

ໃຜໄດ້ມີໂອກາດຜ່ານມາ ກໍ່ຕ້ອງໄດ້ແວ່ກາບໄຫວ້ ເພື່ອເປັນສິລິມຸງຄຸນ ໃຫ້ແກ່ຕົນເອງ ບໍ່ວ່າຈະເຮັດຫຍັງຕ່າງໆນາໆ, ແມ່ນແຕ່ການເດີນທາງ ກໍ່ຍັງເຊື່ອວ່າຖ້າໄດ້ຂໍພອນ ຈາກສະຖານທີ່ສັກສິດນີ້ ກໍ່ຈະເດີນທາງດ້ວຍຄວາມສະດວກ ແລະ ປອດໄພ.

https://doodido.com/
ພາບ: www.laogov.gov.la

ສະນັ້ນ ຄວາມເປັນມາ ແລະ ປະຫວັດຂອງວັດແຫ່ງນີ້ ຈຶ່ງມີເລົ່າຂານ ກັນຍາວນານ ແລະ ໄດ້ມີການປະຕິສັງຂອນ ຈົນເຖີງປະຈຸບັນ. ການປະຕິສັງຂອນວັດພະບາດແມ່ນ 2 ຄັ້ງ ໂດຍແມ່ນພະອາຈານ ສີທັດ ຍານະສໍາປັນໂຍ (ຫຼື ພໍ່ສີທັດ) ແລະ ພະອາຈານ ຄູເພົ້າ ພຸດທະວັງໂສ (ພໍ່ເພົ້າ). ວັດພະບາດແຕ່ກ່ອນ ແມ່ນເປັນວັດຮ້າງ ແລະ ຕໍ່ມາໃນໄລຍະໜຶ່ງ ເພິ່ນໄດ້ພົບເຫັນ ຫີນສີລາຈາລຶກ ຢູ່ວັດຮ້າງແຫ່ງນັ້ນ ເຊິ່ງຫ່າງຈາກຮອຍພະບາດ ປະມານ 300 ແມັດ ໄປທາງທິດໃຕ້, ແຕ່ໂຕເລກ ໃນຫີນສິລານັ້ນບໍ່ບອກແຈ້ງ ມີແຕ່ຕົວເລກທຳ ທີ່ຂຽນວ່າ 902 ເທົ່ານັ້ນ. ເພິ່ນສັນນິຖານວ່າ ອາດຈະແມ່ນ ຄ.ສ 902. ວັດພະບາດ ນະມັດສະການພະທາດຄູ່ເມືອງ​​ຂອງ ເມືອງ​ທ່າ​ພະ​ບາດ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comentários


© 2023 by NOMAD ON THE ROAD. Proudly created with Wix.com

bottom of page