top of page
Search

ວັດຕາແຫຼວເກົ່າ ສະຖານທີ່ເກົ່າແກ່ຂອງແຂວງສະຫວັນນະເຂດ.

  • Writer: Superphil Phil
    Superphil Phil
  • Jun 12, 2020
  • 1 min read

ວັດຕາແຫຼວເກົ່າ ບູຮານສະຖານທີ່ເກົ່າແກ່ຂອງແຂວງສະຫວັນນະເຂດ. ວັດຕາແຫຼວເກົ່າ ແມ່ນວັດຮ້າງທີ່ບໍ່ມີພະສົງພຳນັກຢູ່ແລ້ວເພາະຖືກທຳລາຍຈົນເຫຼືອແຕ່ຊາກຫັກພັງດ້ວຍນ້ຳມືຂອງສົງຄາມໃນຊຸມປີ 1960. ຕາມຂໍ້ມູນທີ່ຜູ້ຂຽນໄດ້ມາ, ວັດນີ້ສ້າງຂຶ້ນໃນປີ 1918 ໂດຍການນຳພາຂອງ ພະຄູຈຽງ ຫຼື ຍາທ່ານຈຽງທິຄາຍຸໂກ ເຊິ່ງແມ່ນລູກຂອງ ທ້າວ ວາດ ມະນີວົງ ຊື່ ທ້າວ ອຸງ , ປ່ຽນຊື່ ມາເປັນພະຄູຈຽງ ( ຍາທ່ານຈຽງ ທິຄາຍຸໂກ ) ພະອົງນີ້ມີຈິດໃຈເອື້ອເພື້ອເພື່ອແຜ່ຢຶດໝັ້ນໃນຫຼັກທຳມະ, ທ່ານໄດ້ນຳພາອອກຕົນ ຍາດໂຍມພາຍໃນບ້ານຕາແຫຼວ ສ້າງກຸດຕິວິຫານ ແລະ ກໍ່ກຳແພງອ້ອມວັດ, ສ້າງກຸຕິວິຫານ ແລະ ກໍ່ກຳແພງອ້ອມວັດ ເຊິ່ງວັດສະດຸທີ່ນຳມາສ້າງນັ້ນປະກອບດ້ວຍໄມ້ເນື້ອແຂງ, ດິນຈີ່ ແລະ ປູນ.

ພາບ: laopost.com

ພາຍໃນວິຫານ ມີການປະດັບປະດາດ້ວຍຮູບແຕ້ມຝາຜະໜັງ, ຮູບສະຫຼັກ, ຮູບປັ້ນ ແລະ ຮູບຄວັດລາຍ ດ້ວຍຊ່າງຜູ້ມີສີມືປານີດບັນຈົງ. ແນວໃດກໍຕາມ ມາຮອດປີ 1969, ດ້ວຍໄພສົງຄາມ ວັດຕາແຫຼວເກົ່າ ແລະ ບ້ານເຮືອນປະຊາຊົນໃກ້ຄຽງກໍຖືກລູກສອນໄຟ ແລະ ລະເບີດທຳລາຍ ປະຊາຊົນ ແລະ ພະສົງຕ່າງກໍແຕກສະຫຼຸຜຸຜ່າຍເພື່ອເອົາຕົວລອດ ເຫຼືອໄວ້ແຕ່ຊາກຫັກພັງຂອງວັດດັ່ງທີ່ເຫັນໃນປັດຈຸບັນ. ຮູບຊົງຂອງວິຫານ ການອອກແບບອາຄານແມ່ນມີຄວາມປານີດ ເປັນການຜະສົມຜະສານລະຫວ່າງຮູບຄວັດລາຍແບບລາວ ແລະ ໂຄງສ້າງຕຶກແບບຕາເວັນຕົກ.  ວັດຕາແຫຼວເກົ່າ ບູຮານສະຖານຂອງເມືອງຈຳພອນ ສະຫວັນນະເຂດ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page