top of page
Search

ວັງວຽງຮຽກ​ຮ້ອງ​ນັກ​ທ່ອງ​ທຽວເພີ່ມຄວາມເອົາໃຈໃສ່ປ້ອງກັນພະຍາດໂຄວິດ-19.

  • Writer: Superphil Phil
    Superphil Phil
  • Jun 19, 2020
  • 1 min read

ຜູ້ໄປທ່ອງທ່ຽວເມືອງວັງວຽງໃຫ້ເພີ່ມຄວາມເອົາໃຈໃສ່ປ້ອງກັນພະຍາດໂຄວິດ-19. ອົງການປົກຄອງເມືອງວັງວຽງ ແຂວງວຽງຈັນ ຈະໃຫ້ຄະນະຮັບຜິດຊອບທີ່ກ່ຽວຂ້ອງຂອງເມືອງ ເພີ່ມຄວາມເອົາໃຈໃສ່ເຄື່ອນໄຫວຕິດຕາມສະພາບຄວາມເປັນລະບຽບຮຽບຮ້ອຍຂອງການທ່ອງທ່ຽວພາຍໃນເມືອງໃຫ້ເຂັ້ມງວດກວ່າເກົ່າ ຫລັງຈາກສະພາບການທ່ອງທ່ຽວກັບມາຄຶກຄື້ນອີກຄັ້ງ ແຕ່ມີນັກທ່ອງທ່ຽວພາຍໃນປະເທດຈໍານວນຫລາຍບໍ່ປະຕິບັດຕາມມາດຕະການທີ່ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ກໍານົດໄວ້ຈົນ​ອົງ​ການ​ປົກ​ຄອງ​ເມືອງວັງ​ວຽງ​ຕ້ອງ​ໄດ້​ແຈ້ງ​ໃຫ້​ແຕ່​ລະ​ແຫລ່ງ​ທ່ອງ​ທ່ຽວ ແລະ ນັກ​ທ່ອງ​ທ່ຽວ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ເພີ່ມ​ຕືມ​ອີກ ເພື່ອ​ບໍ່​ໃຫ້​ພະ​ຍາດ​ດັ່ງ​ກ່າວ​ກັບ​ມາ​ລະ​ບາດ​ໄລ​ຍະ​ສອງ​ອີກ.

ພາບ: www.travelfooddrink.com

ເຈົ້າເມືອງວັງວຽງ ໃຫ້ສໍາພາດວ່າ: ຫລັງຈາກລັດຖະບານມີມາດຕະການຜ່ອນພັນໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ນັກທ່ອງທ່ຽວພາຍໃນປະເທດເດີນທາງໄປທ່ອງທ່ຽວຢູ່ເມືອງວັງວຽງເປັນຈໍານວນຫລວງຫລາຍ ໂດຍສະເພາະໃນໄລຍະທ້າຍເດືອນພຶດສະພາຜ່ານມາ ເນື່ອງຈາກເປັນໄລຍະພັກຍາວເຮັດໃຫ້ຢູ່ຕາມໂຮງແຮມ-ເຮືອນພັກ, ຮ້ານອາຫານ ແລະ ບັນດາສະຖານທີ່ທ່ອງທ່ຽວສໍາຄັນເຕັມໄປດ້ວຍນັກທ່ອງທ່ຽວ. ນີ້ຖືເປັນພາບພົດອັນດີທີ່ບົ່ງບອກວ່າການທ່ອງທ່ຽວຢູ່ເມືອງວັງວຽງເລີ່ມກັບມາຄຶກຄື້ນອີກຄັ້ງ. ຢ່າງໃດກໍຕາມ ມີນັກທ່ອງທ່ຽວຈໍານວນຫລາຍ ໄດ້ນໍາເອົາອາຫານ-ເຄື່ອງດື່ມ ແລະ ເຄື່ອງສຽງໃສ່ລົດສ່ວນຕົວແລ້ວໄປຈອດຢູ່ຕາມສະຖານທີ່ທ່ອງທ່ຽວສໍາຄັນ ໂດຍສະເພາະຢູ່ຖະໜົນແຄມນໍ້າຊອງທີ່ສ້າງຂຶ້ນໃໝ່ ແລ້ວເປີດເພງ​ເນື່ອງນັນ ແລະ ມົ້ວສຸມຊຸມແຊວຢ່າງລື່ນເລີງ ສົ່ງຜົນກະທົບຕໍ່ຜູ້ອື່ນທີ່ຕ້ອງການໄປພັກຜ່ອນແບບສະຫງົບ. ນອກຈາກນີ້ ຍັງຜິດຕໍ່ລະບຽບການທີ່ຄະນະສະເພາະກິດກໍານົດໄວ້ ຍ້ອນບໍ່ມີມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ດີ. ເມືອງວັງວຽງ ຕ້ອງ​ໄດ້ເພີ່ມຄວາມເອົາໃຈໃສ່ປ້ອງກັນພະຍາດໂຄວິດ-19. ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page