top of page
Search

ລາວໂທລະຄົມ ເປີດນໍາໃຊ້ລະບົບ 5G ທຳ​ອິດໃນ ສປປ ລາວ.

  • Writer: Superphil Phil
    Superphil Phil
  • Sep 6, 2020
  • 1 min read

ລາວໂທລະຄົມ ເປີດນໍາໃຊ້ລະບົບ 5G ທຳ​ອິດໃນ ສປປ ລາວ. ທີ່ນະຄອນຫຼວງວຽງຈັນ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີເປີດນໍາໃຊ້ລະບົບ 5G ດ້ານ​ເຕັກ​ໂນ​ໂລ​ຊີ ເຄື່ອຂ່າຍທໍາອິດໃນ ສປປ ລາວ ໃນວັນທີ 31 ສິງຫາ 2020 ນີ້, ເປັນ​ກຽດ​ເຂົ້າ​ຮ່ວມໂດຍທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ທ່ານ ​ສຸ​ພົນ ຈັນ​ທະ​ວີ​ໄຊ ຜູ້​ອຳ​ນວຍ​ການ​ໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ມີ​ບັນ​ດາຄະນະນໍາກະຊວງ, ບັນດາຫົວໜ້າກົມ, ມີຄະນະອໍານວຍການ, ຜູ້ບໍລິຫານ ແລະພະນັກງານ ​ພ້ອມ​ດ້ວຍ​ແຂກ​ຖືກ​ເຊີນເຂົ້າຮ່ວມ.

ພາບ: CRIFM93

ທ່ານ ສຸພົນ ຈັນທະວີໄຊ ໄດ້​ກ່າວ​ໃນ​ພິ​ທີວ່າ: ເພື່ອ​ເປັນ​ການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ ກໍຄືວຽກງານຂອງກະຊວງ ປທສ ໃນການຫັນການບໍລິການໂທລະຄົມໃຫ້ທັນສະໄໝ ສາມາດເຊື່ອມໂຍງກັບພາກພື້ນ ແລະສາກົນ ໂດຍສະເພາະໃນຍຸກເສດຖະກິດ ດີຈີຕອນ 4.0 (Digital Economy Era). ປັດຈຸບັນ ໄດ້ມີຫລາຍປະເທດໃນທົ່ວໂລກ ແລະຂົງເຂດອາຊີ ໄດ້ທົດລອງນຳໃຊ້ເຕັກໂນໂລຊີ 5G ເຂົ້າຮັບໃຊ້ສັງຄົມ ຢູ່ໃນຫຼາຍຂົງເຂດຂອງວຽກງານເຊັ່ນ: ທາງດ້ານທຸລະກິດອອນລາຍ, ນໍາໃຊ້ປັນຍາປະດິດ ຫຼື Ai, IoT, Robotic ເຂົ້າຢູ່ໃນຂົງເຂດອຸດສາຫະກຳ, ກະສິກຳ ແລະການແພດເປັນຕົ້ນ ເຊິ່ງລ້ວນແລ້ວແຕ່ເປັນການສ້າງເງື່ອນໄຂໃຫ້ສັງຄົມ ຜູ້ທີ່ຊົມໃຊ້​ອິນ​ເຕີ​ເນັດໃຫ້ນັບມື້ນັບສະດວກ​ສະ​ບາຍ ແລະວ່ອງໄວ​ຂຶ້ນກວ່າ​ເກົ່າ. ທ່ານ​ກ່າວ​ຕື່ມ​ວ່າ: ພື້ນທີ່ໃນການບໍລິການລະບົບ 5G ເບື້ອງຕົ້ນແມ່ນຈະບໍລິການຢູ່ໃນບາງພື້ນທີ່ຂອງນະຄອນຫຼວງວຽງຈັນກ່ອນ ໂດຍສະເພາະຢູ່ບໍລິເວນຈຸດຊຸມຊົນໃຈກາງເມືອງ ຈາກນັ້ນ ຈຶ່ງ​ຈະ​ຂະ​ຫຍາຍໄປ​ທົ່ວປະເທດ. ລາວ​ໃຊ້ 5G ແລ້ວ! ລາວໂທລະຄົມເປີດນຳໃຊ້ລະບົບ 5G ໃນ ສປປ ລາວ. ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Kommentit


© 2023 by NOMAD ON THE ROAD. Proudly created with Wix.com

bottom of page