top of page
Search

ລາວເປັນ 1 ໃນບັນດາປະເທດທີ່ພັດທະນາການທ່ອງທ່ຽວໄວທີ່ສຸດໃນໂລກ

  • Writer: Superphil Phil
    Superphil Phil
  • May 8, 2020
  • 1 min read

ສປປ ລາວ ຕິດອັນດັບ 20 ປະເທດທີ່ພັດທະນາການທ່ອງທ່ຽວໄວທີ່ສຸດໃນໂລກ

ຕາມ​ໜັງ​ສື​ພິມ​ພັດ​ທ​ະ​ນາ​ລາວ​ໃຫ້​ຮູ້​ວ່າ, ໜັງສືພິມ ນິວຢອກໂພສ (New York Post) ລາຍງານກ່ຽວກັບ ອົງການທ່ອງທ່ຽວໂລກ (United National World Tourism Organization, UNWTO) ວ່າຫຼ້າສຸດ ໄດ້ມີການປະກາດລາຍຊື່ 20 ປະເທດ ພັດທະນາ ການທ່ອງທ່ຽວໄວທີ່ສຸດ ໃນໂລກ ປະຈໍາປີ 2019, ໃນນັ້ນ ລາວ ເຮົາຕິດອັນດັບທີ 16 ຂອງ 20 ປະເທດທີ່ມີລາຍຊື່.​..

ພາບ​: laophattananews.com

ອີງຕາມການລາຍງານທາງສະຖິຕິ ຂອງ UNWTO ໃນປີ 2019 ມີນັກທ່ອງທ່ຽວ ເດີນທາງໄປຕ່າງປະເທດ ລວມທັງໝົດ 1,5 ຕື້ ຖ້ຽວ, ໂດຍເພີ່ມ ຂຶ້ນ 4% ເມື່ອທຽບໃສ່ ສະຖິຕິ ການເດີນທາງ ໃນປີ 2018. ສະຖິຕິນີ້ ແມ່ນຄິດໄລ່ຈາກ ການເພີ່ມຂຶ້ນ ຂອງນັກທ່ອງທ່ຽວ ທີ່ເດີນທາງມາທ່ຽວ ທັງທາງບົກ, ທາງອາກາດ, ແລະ ທາງທະເລ.ລາຍຊື່ 20 ປະເທດ ທີ່ພັດທະນາການທ່ອງທ່ຽວໄວທີ່ສຸດໃນໂລກ: 1. ມຽນມາ Myanmar 40.2% 2. ເປີໂຕຣິໂກ້ Puerto Rico 31.2% 3. ອີຣານ Iran 27.9% 4. ອຸດສະເບກິດສະຖານ Uzbekistan 27.3% 5. ມົງເຕເນໂກຣ Montenegro 21.4% 6. ອີຢິບ Egypt 21.1% 7. ຫວຽດນາມ Vietnam 16.2% 8. ຟິລິບປິນ Philippines 15.1% 9. ມານດິເວີ Maldives 14.9% 10. ບາຮາມາດ Bahamas 14.6% 11. ກາຕາ Qatar 14.5% 12. ອາກເມນີ Armenia 14.4% 12. ສ. ເກົາຫຼີ South Korea 14.4% 13. ຕວກກີ Turkey 14.0% 14. ບົດສະນີ ແຮກເຊໂກວິນາ Bosnia and Herzegovina 13.7% 15. ຕຸຍນີຊີ Tunisia 13.6% 16. ສປປ ລາວ Laos 11.5% 17. ອາແຊກໃບຊານ Azerbaijan 11.4% 18. ອິດສະຣາແອນ Israel 10.5% 19. ລິດຕົວນີ Lithuania 10.1% 20. ກາຊັກສະຖານ Kazakhstan 10.0%

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

コメント


© 2023 by NOMAD ON THE ROAD. Proudly created with Wix.com

bottom of page