top of page
Search

ລາວມີ​ແນວ​ໂນ້ມຈະມີປະຊາກອນເພີ່ມຂຶ້ນເຖິງ 8,1 ລ້ານຄົນໃນປີ 2030.

  • Writer: Superphil Phil
    Superphil Phil
  • Oct 26, 2020
  • 1 min read

ລາວມີ​ແນວ​ໂນ້ມຈະມີປະຊາກອນເພີ່ມຂຶ້ນເຖິງ 8,1 ລ້ານຄົນໃນປີ 2030. ຈາກ​ໜັງ​ສື​ພິມ​ລາວ​ພັດ​ທະ​ນາ​ໄດ້​ໃຫ້​ຮູ້​ວ່າ ນັກຄົ້ນຄວ້າຫລາຍກວ່າ 170 ຄົນທີ່ມາຈາກຫລາຍພາກສ່ວນ ທັງອົງການຈັດຕັ້ງລັດ ແລະ ສາກົນ ໄດ້ເຂົ້າຮ່ວມໃນກອງປະຊຸມ ວ່າດ້ວຍການຄົ້ນຄວ້າກ່ຽວກັບໄວໜຸ່ມຄັ້ງທີ 5 ພາຍໃຕ້ຫົວຂໍ້: “ສຸຂະພາບ ແລະ ການພັດທະນາຂອງໄວໜຸ່ມ” ແລະ ໄດ້ນຳສະເໜີຂໍ້ມູນຫລັກຖານການຄົ້ນຄວ້າກ່ຽວກັບສຸຂະພາບ ແລະ ການພັດທະນາຂອງໄວໜຸ່ມ ເພື່ອເປັນການປະກອບສ່ວນໃສ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ໂດຍສະເພາະກ່ຽວກັບການຖືພາຂອງໄວໜຸ່ມ, ການແຕ່ງງານໄວ, ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ໂພຊະນາການ, ນິໄສໃນການກິນ ແລະ ພຶດຕິກຳທີ່ສ່ຽງເຊັ່ນ: ການດື່ມເຫລົ້າ.

ພ​າບ: pixabay.com

ລາວມີປະຊາກອນໜຸ່ມປະມານ 60% ແມ່ນອາຍຸຕໍ່າກວ່າ 25 ປີ, ການສຶກສາກ່ຽວກັບພົນລະເມືອງຂອງລາວ ປີ 2030 ສະແດງໃຫ້ເຫັນວ່າປະຊາກອນທັງໝົດຂອງລາວຢູ່ໃນລະດັບ 7,2 ລ້ານຄົນໃນ ປີ 2020, ຄາດວ່າຈະບັນລຸເຖິງ 8,1 ລ້ານຄົນໃນປີ 2030 ແລະ ຈະເພີ່ມຂຶ້ນເກືອບໜຶ່ງລ້ານຄົນໃນ 10 ປີຂ້າງໜ້າ. ຮູບແບບການປ່ຽນແປງຂອງໂຄງສ້າງຂອງປີລາມິດປະຊາກອນຈະມີການປ່ຽນແປງໃນທົດສະວັດນີ້, ປະຊາກອນໃນໄວເຮັດວຽກຈະເພີ່ມຂຶ້ນຈາກ 64% ໃນປີ 2020 ມາເປັນ 69% ໃນປີ 2030. ປະເທດລາວກຳລັງຢູ່ໃນລະຫວ່າງການຕິດຕາມທີ່ຈະມີກຸ່ມແຮງງານໃຫຍ່ທີ່ສຸດ ແລະ ຈະມີຜູ້ເພິ່ງພາແມ່ນໜ້ອຍລົງ. ຫລັກຖານຄົ້ນຄວ້າສາມາດກຳນົດໄດ້ວ່າ ພາຍໃນຊັບພະຍາກອນມະນຸດໄວໜຸ່ມລາວແມ່ນໄດ້ມີການລົງທຶນທີ່ເພີ່ມຂຶ້ນ. ການລົງທຶນໃສ່ໄວໜຸ່ມ ໂດຍການໃຫ້ພວກເຂົາໄດ້ເຂົ້າເຖິງການເບິ່ງແຍງສຸຂະພາບ ແລະ ການສຶກສາທີ່ມີຄຸນນະພາບ ໂດຍສະເພາະທັກສະໃນສະຕະວັດທີ 21 ແມ່ນສິ່ງທີ່ຈຳເປັນສຳລັບແຮງງານລຸ້ນຕໍ່ໄປໃຫ້ມີປະສິດທິພາບ. ​ປີ2030 ປະ​ຊາ​ກອນ​ລາວ​ຈະ​ເພີ່ມ​ຂື້ນ​ຮອດ 8.1 ລ້ານ​ຄົນ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page