ລາວມີເຂື່ອນໄຟຟ້າ 78 ແຫ່ງ ກຳລັງຜະລິດກວ່າ 52ລ້ານກິໂລວັດສົ່ງຂາຍໃນຕະຫຼາດອາຊຽນ.
- Superphil Phil
- Sep 27, 2020
- 1 min read
ລາວມີເຂື່ອນໄຟຟ້າ 78 ແຫ່ງ ກຳລັງຜະລິດກວ່າ 52ລ້ານກິໂລວັດສົ່ງຂາຍໃນຕະຫຼາດອາຊຽນ. ດັ່ງທີ່ຮູ້ກັນແລ້ວວ່າ ສປປ ລາວ ວາງເປົ້າໝາຍໄວ້ວ່າຈະເປັນແບັດເຕີລີໃຫ້ອາຊຽນ, ເຖິງແມ່ນວ່າໃນປະຈຸບັນອາດຈະຍັງບໍ່ເຖິງຂັ້ນທີ່ຈະສະໜອງໃຫ້ອາຊຽນໄດ້ໝົດທຸກປະເທດແຕ່ກໍຖືວ່າເປັນປະເທດທຳອິດທີ່ສົ່ງຂາຍພະລັງງານໄຟຟ້າໃນຕະຫລາດອາຊຽນ ແລະ ຍັງມີການພັດທະນາໄປຢ່າງຕໍ່ເນືອງເພື່ອປັບປຸງ ແລະ ຜະລິດພະລັງງານໄຟຟ້າໃຫ້ໄດ້ຫລາຍກວ່າເກົ່າ. ຕາມຂໍ້ມູນຈາກຂ່າວສານພະລັງງານ ແລະບໍ່ແຮ່ໃຫ້ຮູ້ວ່າ, ໃນກາງເດືອນກັນຍາ 2020 ນີ້ ກົມຄຸ້ມຄອງພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ຈັດກອງປະຊຸມຖອດຖອນບົດຮຽນ ກ່ຽວກັບວຽກງານຄວາມປອດໄພຂອງເຂື່ອນຢູ່ຫ້ອງປະຊຸມໃຫຍ່ລັດວິສາຫະກິດໄຟຟ້າລາວ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ Nicola PON TARA ຜູ້ອຳນວຍການທະນາຄານໂລກ ປະຈຳ ສປປ ລາວ, ມີທ່ານເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຊ່ຽວຊານເຂົ້າຮ່ວມ.
ລາຍຊື່ເຂື່ອນ ແລະ ແຫຼ່ງຜະລິດໄຟຟ້າທັງໝົດ ໃນ ສປປ ລາວ 2018, ເອກະຊົນກວມເອົາກວ່າ 80%.ທ່ານ ສີນາວາ ສຸພານຸວົງ ກ່າວວ່າ: ບັນຫາຄວາມປອດໄພຂອງເຂື່ອນໄຟຟ້ານໍ້າຕົກ ແມ່ນຍຸດທະສາດທີ່ສຳຄັນ, ມີລັກສະນະຕົ້ນຕໍ, ຍາວນານທີ່ຖືກກຳນົດໄວ້ຢູ່ໃນແຜນຍຸດທະສາດ ກ່ຽວກັບການພັດທະນາອຸດສາຫະກຳພະລັງງານຢູ່ ສປປ ລາວ ຕາມທິດຜະລິດພະລັງງານທີ່ສະອາດ ເປັນມິດກັບສິ່ງແວດລ້ອມ ແລະ ມີລັກສະນະຍືນຍົງ. ມາຮອດປັດຈຸບັນນີ້, ທົ່ວປະເທດມີແຫຼ່ງຜະລິດໄຟຟ້າແລ້ວ 78 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 9.972 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 52.211 ລ້ານກິໂລວັດໂມງຕໍ່ປີ. ນອກຈາກນີ້, ໃນແຫຼ່ງຜະລິດໄຟຟ້າ 78 ແຫ່ງ ພວກເຮົາຍັງມີໂຄງການໄຟຟ້າຖ່ານຫີນ 1 ແຫ່ງ, ໂຄງການພະລັງງານໄຟຟ້າຊີວະມວນ 4 ແຫ່ງ ແລະ ໂຄງການໄຟຟ້າແສງຕາເວັນລວມ 6 ແຫ່ງ. ຄຽງຄູ່ກັນນີ້, ການພັດທະນາລະບົບສາຍສົ່ງກໍໄດ້ດໍາເນີນໄປຢ່າງແຂງແຮງ, ມາຮອດປັດຈຸບັນນີ້ທົ່ວປະເທດມີລະບົບສາຍສົ່ງແຮງສູງ, ແຮງກາງ ແລະ ແຮງຕໍ່າ ຍາວທັງໝົດ 65.563 ກວ່າກິໂລແມັດ, ມີສະຖານີຈ່າຍໄຟຟ້າ 74 ແຫ່ງ. ລາວ ແບັດເຕີຣີອາຊຽນ ກຳລັງຜະລິດລວມກວ່າ 52ລ້ານກິໂລວັດ. ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.
Comments