top of page
Search

ລາວພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 2 ຄົນຈາກຄົນທີ່ມາຈາກຕ່າງປະເທດ.

  • Writer: Superphil Phil
    Superphil Phil
  • Aug 16, 2020
  • 1 min read

ລາວພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 2 ຄົນຈາກຄົນທີ່ມາຈາກຕ່າງປະເທດ. ຈາກທີ່ ສປປ ລາວ ໄດ້ປະຕິບັດມາດຕະການຜ່ອນຜັນໃນການປ້ອງກັນໂຄວິດ ແລະ ຂ່າວຂອງການຕິດເຊື້ອໂຄວິດໃນລາວໄດ້ມິດໄປໄລຍະໜຶ່ງ ປະຊາຊົນລາວກໍມີຄວາມອຸ່ນໃຈໄດ້ ແລະ ສະຖານາການຍັງຢູ່ໃນການຄວບຄຸມ ໃນຂະນະທີ່ຕ່າງປະເທດຍັງຄົງລະບາດຢ່າງຕໍ່ເນື່ອງ ແລະ ໃນ ສປປ ລາວ ຜູ້ຕິດເຊື້ອຄົນທີ 20 ໃກ້ຈະໄດ້ອອກໂຮງໝໍ. ລ້າສຸດລາຍງານຈາກຄະນະສະເພາະກິດໃນການປ້ອງກັນພະຍາດໂຄວິດໃຫ້ຮູ້ວ່າ ໃນວັນທີ 14 ສິງຫາ 2020ນີ້ ຜົນການກວດຜູ້ຕ້ອງສົງໃສທີ່ເດີນທາງມາແຕ່ຕ່າງປະເທດທີ່ກັກຕົວຢູ່ໂຮງແຮມແຫ່ງໜຶ່ງເຊິ່ງເປັນສະຖານທີ່ຮອງຮັບກັກຕົວຂອງຜູ້ທີ່ເຂົ້າມາປະເທດລາວໃນວັນທີ 13 ສິງຫາທີ່ຜ່ານມາ ຈາກການກວດຜົນປະກົດວ່າ ມີຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ 2 ຄົນ ເຮັດໃຫ້ປັດຈຸບັນຍອດສະສົມຜູ້ຕິດເຊື້ອໂຄວິດ-19 ເພີ່ມເປັນ 22 ກໍລະນີແລ້ວ.

ພາບ: medialaos.com

ຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 21 ແມ່ນເພດຊາຍ ໄວອາຍຸ 30ປີ, ສັນຊາດລາວ, ອາຊີບພະນັກງານ, – ໃນວັນທີ 11 ສິງຫາ 2020 ເດີນທາງຈາກໄຕ້ຫວັນ ມາຜ່ານ ສສ ເກົາຫຼີ (ອິນຊອນ) ໂດຍຖ້ຽວບິນ CI904, ໃຊ້ເວລາຢູ່ສະໜາມບິນ 18 ຊົ່ວໂມງ. – ວັນທີ 12 ສິງຫາ 2020 ເດີນທາງຈາກ ສສ ເກົາຫຼີ ມາ ສປປ ລາວ ຜ່ານທາງສະໜາມບິນວັດໄຕ ໂດຍຖ້ຽວບິນ QV922A ມີຜູ້ໂດຍສານຮ່ວມ 115ຄົນ ແລະ ຜູ້ກ່ຽວໄດ້ເດີນທາງຈາກສະໜາມບິນໄປໂຮງແຮມເພື່ອກັກຕົວດ້ວຍລົດຕູ້ ມີທັງໝົດ 8 ຄົນ ທີ່ນັ່ງລົດຄັນດຽວກັນ ລວມເຖິງຜູ້ກ່ຽວ. – ວັນທີ 13 ສິງຫາ 2020 ຜົນກວດອອກມາພົບເຊື້ອໂຄວິດ-19. ກໍລະນີທີ 22 ແມ່ນເພດຍິງ,​ ອາຍຸ 25ປີ ຊັນຊາດລາວ ອາຊີບນັກສຶກສາ ກັກໂຕຢູ່ໂຮງແຮມທີ່ຖືກນົດໄວ້ – ວັນທີ 10 ສິງຫາ 2020 ເດີນທາງມາຈາກ ສ. ອາເມລິຫາ ມາຜ່ານ ສສ. ເກົາຫຼີ ໂດຍຖ້ຽວບິນ KE5020 ໃຊ້ເວລາຢູ່ສະໜາມບິນ 15 ຊົ່ວໂມງ. ດ່ວນ! ລາວພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 2 ຄົນ. ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comentários


© 2023 by NOMAD ON THE ROAD. Proudly created with Wix.com

bottom of page