ລາວຕິດອັນດັບ 8 ຂອງໂລກປະເທດທີ່ມີເນື້ອທີ່ປ່າປົກຫຸ້ມຫຼາຍທີ່ສຸດ
- Superphil Phil
- Mar 18, 2020
- 1 min read
ລາວຕິດອັນດັບ 8 ຂອງໂລກປະເທດທີ່ມີເນື້ອທີ່ປ່າປົກຫຸ້ມຫຼາຍທີ່ສຸດ

ພາບ: PXHere
World Atlas ເຜີຍແຜ່ຂໍ້ມູນປະເທດທີ່ມີປ່າໄມ້ປົກຫຸ້ມຫຼາຍທີ່ສຸດໃນໂລກ, ລາວ ຕິດອັນດັບ 8 ມີພື້ນທີ່ປ່າໄມ້ກວມເອົາ 79.65% ຂອງເນື້ອທີ່ທັງໝົດ. ຂໍ້ມູນດັ່ງກ່າວອັບເດດຫຼ້າສຸດເມື່ອວັນທີ 5 ມິຖຸນາ 2019 ທີ່ຜ່ານມາ ໂດຍອີງໃສ່ໂຕເລກຈາກ World Bank ເຊິ່ງໃນການຈັດອັນດັບຂອງ World Atlas ມີທັງໝົດ 25 ປະເທດ ແລະ ປະເທດທີ່ມີເນື້ອທີ່ປ່າໄມ້ຫຼາຍທີ່ສຸດແມ່ນ ຊູຣີນາເມ ເຊິ່ງຫຼາຍເຖິງ 98.33% ຂອງປະເທດ. ທັງນີ້ ລາວເປັນໜຶ່ງໃນ 3 ປະເທດຂອງອາຊຽນທີ່ຕິດໃນການຈັດອັນດັບດັ່ງກ່າວ ໂດຍອີກ 2 ປະເທດປະກອບດ້ວຍ ມາເລເຊຍ ແລະ ບຣູໄນ.

ລາວເປັນອັນດັບ 1 ຂອງອາຊຽນ ປະເທດທີ່ມີປ່າໄມ້ປົກຫຸ້ມຫຼາຍທີ່ສຸດ
ຈາກໂຕເລກການຈັດອັນດັບເຫັນໄດ້ຢ່າງຊັດເຈນວ່າ 3 ອັນດັບທຳອິດມີອັດຕາສ່ວນເນື້ອທີ່ປ່າສູງຫຼາຍ ເຊິ່ງຂໍ້ມູນລະບຸວ່າ ສາເຫດແມ່ນຍ້ອນປະເທດເຫຼົ່ານີ້ມີເນື້ອທີ່ ແລະ ປະຊາກອນໜ້ອຍ. ຂະນະດຽວກັນເນື້ອທີ່ສ່ວນໃຫຍ່ຂອງປະເທດກໍເປັນພູສູງ ເຮັດໃຫ້ປະຊາຊົນສ່ວນໃຫຍ່ອາໄສຢູ່ແຕ່ໃນເຂດທົ່ງພຽງ ເຊິ່ງສາມາດໄປມາສະດວກກວ່າ. ພ້ອມນີ້ ພື້ນທີ່ປ່າກໍຍັງບໍ່ຖືກຮຸກຮານຫຼາຍ ເນື່ອງຈາກກິດຈະກຳຂອງມະນຸດຖືກຈຳກັດ ໂດຍໃນປະເທດເຫຼົ່ານີ້ລ້ວນແລ້ວແຕ່ບໍ່ມີເສດຖະກິດທີ່ອີງໃສ່ອຸດສາຫະກຳ ເຮັດໃຫ້ພື້ນທີ່ດິນຖືກທຳລາຍໜ້ອຍ.
ລຸ່ມນີ້ແມ່ນ 25 ປະເທດທີ່ມີພື້ນທີ່ປ່າຫຼາຍທີ່ສຸດໃນໂລກ:1ຊູຣີນາເມ98.33 %2ສະຫະພັນທະລັດ ໄມໂຄຣນີເຊຍ91.73 %3ເຊເຊລ89.38 %4ອາເມລິກາ ຊາມົວ88.05 %5ກາບອງ87.71 %6ປາເລົາ87.61 %7ກາຍອານາ84.05 %8ລາວ79.65 %9ໝູ່ເກາະໂຊໂລມອນ78.46 %10ປາປົວນິວກີນີ74.12 %11ຟິນແລນ73.11 %12ບຣູໄນ72.11 %13ພູຖານ71.75 %14ກີນີ-ບິສໂຊ70.84 %15ໝູ່ເກາະມາແຊລ70.22 %16ເຊັນວິນເຊັນ ແລະ ເກຣເນດີນ69.23 %17ສະວີເດັນ68.92 %18ຍີ່ປຸ່ນ68.47 %19ສາທາລະນະລັດ ປະຊາທິປະໄຕ ຄອງໂກ67.58 %20ມາເລເຊຍ67.47 %21ແຊມເບຍ65.87 %22ສາທາລະນະລັດ ຄອງໂກ65.49 %23ໝູ່ເກາະມາເຣຍນາເໜືອ64.85 %24ເກົາຫຼີໃຕ້63.60 %25ປານາມາ62.55 %
ຕິດຕາມການເຄືອນໄຫວເຫດການເລື່ອງທຸລະກິດ ແລະ ເຫດການຕ່າງໆທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments