ລາວຍັງສືບຕໍ່ປິດດ່ານ ແລະ ມາດຕະການຜ່ອນຜັນໃນເດືອນ 07/2020 ນີ້.
- Superphil Phil
- Jul 4, 2020
- 1 min read
ລາວຍັງສືບຕໍ່ປິດດ່ານ ແລະ ມາດຕະການຜ່ອນຜັນໃນເດືອນ 07/2020 ນີ້.
ຕາມແຫລ່ງຂ່າວ laopost.com ໃຫ້ຮູ້ວ່າ ຫ້ອງການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການ ເມື່ອວັນທີ 30 ມິຖຸນານີ້ວ່າ ລັດຖະບານກໍ່ຄືຄະນະສະເພາກິດມີທິດຊີ້ນຳໃຫ້ສືບຕໍ່ປິດບັນດາຮ້ານບັນເທິງ ແລະ ດ່ານປະເພນີ, ດ່ານທ້ອງຖິ່ນລວມທັງດ່ານສາກົນສຳລັບການເດີນທາງ ເຂົ້າ-ອອກຂອງບຸກຄົນທົ່ວໄປ ຍົກເວັ້ນແຕ່ກໍລະນີຈຳເປັນທີ່ໄດ້ຮັບການເຫັນດີຈາກຄະນະສະເພາະກິດເທົ່ານັ້ນ ແລະ ກໍ່ຍັງຕ້ອງສືບຕໍ່ໂຈະການອອກວີຊາທ່ອງທ່ຽວຈົນກວ່າສະນະຖານຈະກັບຄືນມາປົກກະຕິ.
ທາງດ້ານ ທ່ານ ຮສ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ຂອງ ສປປ ລາວ ໄດ້ ຖະແຫຼງຂ່າວວ່າ ການສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງໂຄວິດ-19 ໃນໄລຍະແຕ່ ວັນທີ 1 – 31 ກໍລະກົດ 2020 ນີ້, ເພື່ອບໍ່ໃຫ້ການລະບາດຂອງພະຍາດໂຄວີດ 19 ກັບຄືນມາລະບາດອີກເປັນຮອບທີ່ສອງ ແລະ ເພື່ອຮັບປະກັນບໍ່ໃຫ້ປະເທດລາວເຮົາມີຜູ່ຕິດເຊື້ອເພີ່ມອີກ.
ຜ່ານການຈັດຕັ້ງ ປະຕິບັດມາດຕະການຜ່ອນຜັນ ແລະ ມາດຕະການປ້ອງກັນ ໃນໄລຍະຜ່ານມາ, ພວກເຮົາສາມາດສືບຕໍ່ຄວບຄຸມການແຜ່ລະບາດໄວ້ໄດ້ ໂດຍບໍ່ມີຜູ້ຕິດເຊື້ອເພີ່ມ ແລະ ສາມາດປິ່ນປົວຜູ້ຕິດເຊື້ອດີແລ້ວທັງໝົດ ແລະ ເຮັດໃຫ້ສັງຄົມ, ພາກທຸລະກິດ, ຜູ້ປະກອບການ, ໂຄງການ ແລະ ໂຮງງານຕ່າງໆ ໄດ້ຄ່ອຍກັບມາໃຊ້ຊີວິດ ແລະ ເຄື່ອນໄຫວທຸລະກິດ ພາຍໃຕ້ເງື່ອນໄຂການດໍາລົງຊີວິດປົກກະຕິແບບໃຫມ່ (New Normal) ເທື່ອລະກ້າວ.
ລາວຍັງສືບຕໍ່ປິດດ່ານ ແລະ ການອອກວີຊາສຳລັບການທ່ອງທ່ຽວ ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments