top of page
Search

ລາວກວດພົບ 2 ກໍລະນີບໍ່​ສະ​ແດງ​ອາ​ການ​ໃຈ​ຈ່ຳ​ນວນ​ຜູ້​ຕິດ​ເຊື້ອ 19 ຄົນ

  • Writer: Superphil Phil
    Superphil Phil
  • Apr 24, 2020
  • 1 min read

ກວດພົບ 2 ກໍລະນີ ຄົນຕິດເຊື້ອໂຄວິດ-19 ແຕ່ບໍ່ສະແດງອາການ.

ໃນພິທີຖະແຫຼງຂ່າວປະຈຳວັນ 22 ເມສາ 2020 ຜ່ານມາຖະ​ແຫລ່ງວ່າ ພະຍາດໂຄວິດ19ເປັນພະຍາດທີ່ເກີດຂຶ້ນໃໝ່ ສະນັ້ນຍັງມີຫຼາຍຢ່າງທີ່ນັກວິທະຍາສາດ ນັກຄົ້ນຄວ້າ ແພດໝໍເຮົາຍັງບໍ່ທັນຮູ້ຈັກ ຫລື ເຂົ້າໃຈຢ່າງເລິກເຊິງກວ້າງຂວາງ, ຍັງ​ມີ​ບາງ​ກໍ​ລະ​ນີ​ທີ່​ຖື​ເຊື້ອ​ພະ​ຍາດ​ນີ້​ແຕ່​ບໍ່​ສະ​ແດງ​ອາ​ການ​ໃຫ້​ເຫັນ.


ພາບ: laoedaily.com.la ເນື່ອງ​ຈາກ​ມີ 2 ກໍລະນີ ຈາກຜູ້ຕິດເຊື້ອທັງໝົດ 19 ກໍລະນີ ທີ່ບໍ່ມີອາການສະແດງອອກ, ເຊິ່ງຜູ້ຕິດເຊື້ອທີ່ມີອາການສະແດງອອກ ຫຼື ບໍ່ມີການ ແມ່ນມີເຊື້ອບໍ່ຕ່າງກັນ ສາມາດແຜ່ເຊື້ອໄປຫາຄົນອື່ນໄດ້, ດັ່ງນັ້ນການປະຕິບັດຄຳສັ່ງ 06/ນຍ ແມ່ນມີຄວາມສຳຄັນທີ່ສຸດ.

ສ່ວນຜູ້ທີ່ອອກໂຮງໝໍແລ້ວກໍຍັງຕ້ອງຈຳກັດບໍລິເວນຕົນເອງຢ່າງເຂັ້ມງວດ ແລະກັບມາກວດກາຢັ້ງຢືນຄືນອີກ, ເພາະຕາມຂໍ້ມູນວິຊາການຂອງສາກົນພົບວ່າຄົນເຈັບທີ່ປິ່ນປົວດີແລ້ວ ກັບມາມີເຊື້ອຄືນອີກເຖິງ20-30%.

ພາບ: laoedaily.com.la

ທ່ານ ຮສ.ດຣ. ມາຍຟອງ ມາຍຊາຍ ຮອງອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ທັງເປັນປະທານສະມາຄົມແພດພະຍາດຊືມເຊື້ອລາວ ກ່າວໃນພິທີຖະແຫຼງຂ່າວປະຈຳວັນ 22 ເມສາ 2020 ຜ່ານມາວ່າ: ພະຍາດໂຄວິດ19ເປັນພະຍາດທີ່ເກີດຂຶ້ນໃໝ່ ສະນັ້ນຍັງມີຫຼາຍຢ່າງທີ່ນັກວິທະຍາສາດ ນັກຄົ້ນຄວ້າ ແພດໝໍເຮົາຍັງບໍ່ທັນຮູ້ຈັກ ຫລື ເຂົ້າໃຈຢ່າງເລິກເຊິງກວ້າງຂວາງ;ຕົວຢ່າງເຊັ່ນ:ມາຮອດປັດຈຸບັນເຮົາຍັງບໍ່ທັນມີຫຼັກຖານຢ່າງຊັດເຈນທາງດ້ານວິຊາການວ່າຢາປິ່ນປົວຊະນິດໃດ, ຢາກຸ່ມໃດ ທີ່ມີປະສິດທິພາບສູງໃນການປິ່ນປົວຄົນເຈັບພະຍາດດັ່ງກ່າວ. ໃນທາງດຽວກັນເຊື້ອພະຍາດກໍຍັງເລິກລັບຊັບຊ້ອນສະແດງອອກບ່ອນວ່າບາງຄັ້ງຄົນເຮົາຖືເຊື້ອແຕ່ບໍ່ສະແດງອາການອອກ; ຫຼັງການປິ່ນປົວແລ້ວ ອອກໂຮງໆແລ້ວ ຍັງກັບມາມີເຊື້ອບວກຄືນໃໝ່.

ພາບ: laoedaily.com.la

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comentários


© 2023 by NOMAD ON THE ROAD. Proudly created with Wix.com

bottom of page