top of page
Search

ລາວ – ເຂົ້າໜຽວ ແລະ ຂັ້ນຕອນວິທີການໜຶ້ງເຂົ້າໜຽວ.

  • Writer: Superphil Phil
    Superphil Phil
  • Jul 25, 2020
  • 1 min read

ລາວ – ເຂົ້າໜຽວ ແລະ ຂັ້ນຕອນວິທີການໜຶ້ງເຂົ້າໜຽວ. ດັ່ງນັ້ນເວົ້າໄດ້ວ່າ ເຂົ້າໜຽວເປັນ ອາຫານຈານຫຼັກຂອງຄົນລາວ ເວົ້າໄດ້ວ່າຜູ້ຄົນບໍລິໂພກເຂົ້າໜຽວໃນລາວ ສອງຈາກສາມສ່ວນ ຂອງພັນເຂົ້າຊະນິດຕ່າງໆ, ເຂົ້າໜຽວຍັງມີຫຼາກຫຼາຍສາຍພັນໃຫ້ເລືອກບໍລິໂພກໄດ້ຕາມຕ້ອງການ ທັງພັນເຂົ້າພື້ນເມືອງເກົ່າ ແລະ ສາຍພັນໃຫ່ມ ເຊິ່ງໃຊ້ເພື່ອປັບປຸງຄຸນນະພາບຂອງອາຫານ ຫັນປ່ຽນໃຫ້ເປັນເສດຖະກິດເພື່ອລ້ຽງຊີບ. ເຂົ້າໜຽວ ບາງຊະນິດກໍ່ປູກງ່າຍໃນພື້ນທີ່ສູງຊັນ ແລະ ທົ່ງພຽງ, ບາງຊະນິດປູກໃນນາໜອງ (ພື້ນທີ່ປຽກຊື້ນ).

ພາບ: idsala.blogspot.com

ເຂົ້າໜຽວ ມີວິທີການ ໃນການໜຶ້ງທີ່ງ່າຍດາຍ. 1. ລ້າງ ແລະ ມ່າເຂົ້າ: ຕັກເຂົ້າສານໃສ່ຊາມ, 1/2- 1 ຈອກ ຕໍ່ຄົນ, ໃສ່ນ້ຳໃຫ້ຖ້ວມເຂົ້າ ຢ່າງນ້ອຍ 2 ຊມ (1 ນິ້ວ), ມ່າປະໄວ້ 6 ຊົ່ວໂມງ (ໄລຍະເວລາ ໃນການມ່າ ແມ່ນສຳຄັນຫຼາຍ) ຫຼື 2 ຊົ່ວໂມງ ກໍສາມາດນຳໄປໜຶ້ງໄດ້ ຖ້າຫາກມີເວລາບໍ່ພຽງພໍ. 2. ນຳເຂົ້າໄປໜຶ້ງ: ເທນ້ຳອອກຈາກເຂົ້າໃຫ້ໝົດ, ໃສ່ນ້ຳໃນໝໍ້ໜຶ້ງ ປະລິມານ 1/3 ຂອງຂະໜາດໝໍ້, ຂະນະດຽວກັນ ກໍນຳເຂົ້າໃສ່ໃນຫວດ ເພື່ອນຳໄປໜຶ້ງ. 3. ປົກຫວດເຂົ້າໄວ້ ດ້ວຍກຸບນ້ອຍ ຫຼື ຜ້າສະອາດ, ໜຶ້ງປະໄວ້ 20-30 ນາທີ ລະວັງຢ່າໃຫ້ນ້ຳໃນໝໍ້ໜຶຶ້ງແຫ້ງ. ໄລຍະເວລາໃນການໜຶ້ງ ຂຶ້ນຢູ່ກັບເງື່ອນໄຂຂອງເຂົ້າທີ່ໃຊ້ ຖ້າຫາກເຂົ້າໃໝ່ ກໍ່ໍອາດຈະໃຊ້ເວລາໃນການໜຶ້ງໄວກ່ວາ ເຂົ້າເກົ່າ. ກໍລະນີທີ່ ໜຶ້ງເຂົ້າໃນປະລິມານຫຼາຍ ແນຳນຳໃຫ້ຟື້ນດ້ານ ແລ້ວຂວາມດ້ານເທິງລົງລຸ່ມຫຼັງຈາກທີ່ໜຶ້ງໄດ້ໃນໄລຍະໜຶ່ງແລ້ວ ເພື່ອໃຫ້ເຂົ້າສຸກທົ່ວເຖິງທຸກເມັດ ແລະ ອາດຈະຕ້ອງໃຊ້ເວລານານເຖິງ 40 ນາທີ. 4. ເມື່ອເຂົ້າ ເລີ່ມມີກິ່ນຫອມ ແລະ ອ່ອນ ພ້ອມຮັບປະທານແລ້ວ ໃຫ້ນຳຫວດເຂົ້າອອກຈາກໝໍ້ໜຶ້ງ ເພື່ອທີ່ຈະເທເຂົ້າໃສ່ຜ້າທີ່ສະອາດ ຫຼື ໃບຕອງ, ຫຼັງຈາກນັ້ນໃຫ້ນຳໄມ້ ມາອວຍເຂົ້າ ເພື່ອໃຫ້ເຂົ້າຄາຍອາຍນ້ຳ ແລ້ວນຳໃສ່ກະຕິບເຂົ້າ. ເຂົ້າໜຽວຂອງລາວ ແລະ ຂັ້ນຕອນວິທີການໜຶ້ງເຂົ້າໜຽວ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page