top of page
Search

ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ ລວມເປັນ 3 ກໍລະນີແລ້ວ

  • Writer: Superphil Phil
    Superphil Phil
  • Mar 25, 2020
  • 1 min read

ຫຼັງຈາກທີ່ສາທາອອກມາຢືນຢັນວ່າ ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ໃນລາວ ຈໍານວນ 2ກໍລະນີ ໃນວັນທີ 24 ມີນາ 2020 ທີ່ຜ່ານມາ, ຫຼ້່າສຸດ ມື້ິນີ້ ກະຊວງສາທາລະນະສຸກຖະແຫຼງອີກຄັ້ງ ພົບຜູ້ຕິດເຊື້ອອີກ 1ກໍລະນີ ໂດຍຜູ້ກ່ຽວມີປະຫວັດຮ່ວມຮັບປະທານອາຫານກັບຜູ້ຕິດເຊື້ອທີ່ເປັນພະນັກງານຢູ່ໂຮງແຮມແຫ່ງໜຶ່ງຂອງລາວ ໃນນະຄອນຫຼວງວຽງຈັນ.



ພາບ: laoedaily.com.la


ວັນທີ 25 ມີນາ 2020 ກະຊວງສາທາະລະນະສຸກ ຈັດພິທີຖະແຫຼງຂ່າວ ກ່ຽວກັບການລະບາດຂອງພະຍາດໂຄວິດ-19, ເຊິ່ງ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກໄດ້ຢືນຢັນຢ່າງເປັນທາງການແລ້ວ ວ່າພົບຜູ້ຕິດເຊື້ອໂຄວິດ-19 ໃນລາວເພີ່ມອີກ 1ກໍລະນີ, ລວມ​ທັງ​ໝົດ​ຕອນ​ນີ້​ມີ 3 ກໍ​ລະ​ນີ​ແລ້ວ, ນອກນີ້ຍັງມີຜູ້ໄດ້ໄດ້ສຳຜັດກັບຜູ້ຕິດເຊື້ອລວມແລ້ວ 100 ກວ່າຄົນທີ່ຕ້ອງໄດ້ກັກບໍລິເວນ ເພື່ອຕິດຕາມອາການນັບຈາກນີ້.

ພາບ: laopost.com


ນອກ​ນັ້ນສຳນັກຂ່າວສານປະເທດລາວລາຍງານໃຫ້ຮູ້ວ່າ ໃນເວລາ 12:30 ນາທີ ຂອງວັນທີ 25 ມີນາ ນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມຄະນະສະເພາະກິດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກຽວກັບການລະບາດຂອງເຊື້ອ ໂຄວິດ-19 ໃນນັ້ນ ມີຜູ້ຕິດເຊື້ອ 3 ຄົນ, ລັດຖະບານຈະເພີ່ມມາດຕະການເຂັ້ມງວດຄື:

  1. ຈະເພີ່ມທະວີຕິດຕາມແຮງງານທີ່ກັບມາຈາກປະເທດເພື່ອນບ້ານເພື່ອຄຸ້ມຄອງໃຫ້ເຂັ້ມງວດກັກຕົນເອງ ພາຍໃນ 14 ວັນ;

  2. ຂໍໃຫ້ປະຕິບັດຫຼັກການຈໍາກັດບໍລິເວນຕົນເອງຕາມຫຼັກການແພດວາງອອກ ແລະ ກວດກາເປັນປົກກະຕິ;

  3. ໃຫ້ທຸກພາກສ່ວນ ຕິດຕາມການເຄື່ອນໄຫວຂອງສຳນັກງານ ໃຫ້ຢຸດຕິການປະຊຸມ ແລະ ການຊຸມນຸມທີ່ຄົນຢູ່ຈຳນວນຫຼາຍ ຖ້າມີຄວາມ4. ສາມາດເຮັດວຽກຢູ່ເຮືອນ ຜ່ານອອນລາຍ ກໍໃຫ້ຈັດຕັ້ງປະຕິບັດໄດ້;

  4. ການເດີນທາງໄປມາລະຫວ່າງກັນຄື ບ້ານຕໍ່ບ້ານ; ເມືອງຕໍ່ເມືອງ ຫຼືຕໍ່ສຳນັກງານແມ່ນໃຫ້ຫຼຸດຜ່ອນ ໂດຍການໂທລະສັບຫາກັນ;

  5. ຖ້າພົບອາການຜິດປົກກະຕິໃຫ້ຮີບຮ້ອນໂທຫາແພດ ໂດຍສາຍດ່ວນ 166

  6. ຄະນະສະເພາະກິດຈະໄດ້ອອກຂໍ້ກຳນົດຕື່ມອີກເພື່ອໃຫ້ສັງຄົມປະຕິບັດຢ່າງເຂັ້ມງວດ ທັງນີ້ກໍເພື່ອປົກປັກຮັກສາ ຊີວິດປະຊາຊົນ ແລະ ຮຽກຮ້ອງ ສັງຄົມໃຫ້ຮ່ວມມືກັນ.

ຕິດຕາມ​ການ​ເຄືອນ​ໄຫວ​ເຫດ​ການເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page