ລາວ ຈະສ້າງທາງລົດໄຟອີກແຫ່ງລົງທາງໃຕ້ ໃນການພັດທະນາໂຄງການທາງລົດໄຟ 4 ແຂວງ.
- Superphil Phil
- Oct 20, 2020
- 1 min read
ລາວ ຈະສ້າງທາງລົດໄຟອີກແຫ່ງລົງທາງໃຕ້ ໃນການພັດທະນາໂຄງການທາງລົດໄຟ 4 ແຂວງ. ຕາມແຫລ່ງຂ່າວສານປະເທດລາວໃຫ້ຮູ້ວ່າ ໃນວັນທີ 16 ຕຸລາ 2020, ທີ່ໂຮງແຮມຄຣາວພລາຊາ ນະຄອນຫລວງວຽງຈັນ ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສຳຫລວດ ແລະ ອອກແບບລະອຽດ ຄວາມເປັນໄປໄດ້ໃນການພັດທະນາໂຄງການທາງລົດໄຟ ຈາກເມືອງທ່າແຂກ ແຂວງຄຳມ່ວນ-ແຂວງສະຫວັນນະເຂດ-ແຂວງສາລະວັນ ຫາ ວັງເຕົ່າ ແຂວງຈຳປາສັກ ທີ່ມີຄວາມຍາວ 345 ກິໂລແມັດ ໃນມູນຄ່າ 20 ຕື້ບາດ (20.000 ລ້ານບາດ) ໃນຮູບແບບການຮ່ວມທຶນລະຫວ່າງ ພາກລັດ ແລະ ພາກເອກະຊົນ ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ສິນນະຄອນ ການໂຍທາ ຈຳກັດ ມະຫາຊົນ.
ຕາງໜ້າເຊັນໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ວັນໄຊ ອິນທະລາເຊດ ປະທານບໍລິສັດ ສິນນະຄອນການໂຍທາຈຳກັດມະຫາຊົນ, ມີທ່ານຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມເປັນສັກຂີພິຍານ. ໃນໂອກາດດັ່ງກ່າວ ທ່ານ ສຸເນດ ກ້ອນພັນທະວົງ ທີ່ປຶກສາບໍລິສັດ ສິນນະຄອນການໂຍທາຈຳ ກັດມະຫາຊົນ ໄດ້ໃຫ້ຮູ້ວ່າ: ໂຄງການດັ່ງກ່າວນີ້, ຈະເລີ່ມລົງມືສຳຫລວດພາຍຫລັງທີ່ປະເທດລາວ ແລະ ໄທ ເປີດດ່ານ ເຊິ່ງການສຳຫລວດນີ້ ຄາດວ່າຈະໃຊ້ເວລາບໍ່ເກີນ 6-10 ເດືອນ, ຖ້າໂຄງການນີ້ສຳເລັດ ປະເທດລາວ ແລະ ປະເທດອ້ອມຂ້າງ ຈະສາມາດຫລຸດຕົ້ນທຶນໃນການຂົນສົ່ງທາງດ້ານໂລຈິສຕິກ, ສາມາດແຂ່ງຂັນກັບປະເທດອື່ນໄດ້ ແລະ ບັນດາພື້ນທີ່ ທີ່ລົດໄຟຜ່ານກໍຈະໄດ້ຮັບການພັດທະນາ. ຕິດໃຈ! ສປປ ລາວ ກຽມສຳຫລວດການພັດທະນາໂຄງການທາງລົດໄຟລົງໃຕ້. ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
Comments