top of page
Search

ລາວ-ຈີນ ສືບ​ຕໍ່ຂະຫຍາຍສາຍພົວພັນຮ່ວມມືຍຸດທະສາດຮອບດ້ານ.

  • Writer: Superphil Phil
    Superphil Phil
  • Oct 20, 2020
  • 1 min read

ລາວ-ຈີນ ສືບ​ຕໍ່ຂະຫຍາຍສາຍພົວພັນຮ່ວມມືຍຸດທະສາດຮອບດ້ານ.

ເພື່ອເປັນການສືບຕໍ່ ຜັນຂະຫຍາຍສາຍພົວພັນຮ່ວມມື ຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ, ການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ແໜ້ນແຟ້ນ ແລະ ເຂົ້າສູ່ລວງເລິກຍິ່ງໆຂຶ້ນ, ສະຫາຍ ສະເຫລີມໄຊ ກົມມະສິດ ລັດຖະ ມົນຕີ ກະຊວງການຕ່າງປະເທດ ແຫ່ງ ສ​ປ​ປ ລາວເຊື້ອ​ເຊີນ​ໃຫ້ ລັດຖະມົນຕີ ກະຊວງການຕ່າງປະເທດຂອງ ສ​ປຈີນ , ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນລະຫວ່າງວັນທີ 13-14 ຕຸລາ 2020.

ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ ລະຫວ່າງ ສອງພັກ ແລະ ສອງລັດຖະບານ ກໍຄືປະຊາຊົນສອງຊາດ ຊຶ່ງນັບມື້ນັບໄດ້ຮັບການເສີມຂະຫຍາຍດ້ວຍຄຸນນະພາບໃໝ່ຢ່າງບໍ່ຢຸດຢັ້ງ ໂດຍໄດ້ສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ.

ພາບ: targetlaos.com

ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ແລະສະໜັບສະໜູນຕໍ່ຂໍ້ລິເລີ່ມທີ່ ສະຫາຍ ລັດຖະມົນຕີ ຫວັງ ອີ້ ໄດ້ສະເໜີຢູ່ໃນກອງປະຊຸມສາກົນຜ່ານລະບົບທາງໄກ ກ່ຽວກັບ ຄວາມໝັ້ນຄົງທາງດ້ານຂໍ້ມູນຂ່າວສານສາກົນ (Global Initiative on Data Security) ໃນວັນທີ 08 ກັນຍາ ທີ່ຜ່ານມາຊຶ່ງເປັນຂີດໝາຍທີ່ສໍາຄັນ ແລະ ເປັນປະໂຫຍດຕໍ່ຫຼາຍປະເທດ ໃນພາກພື້ນ ແລະ ສາກົນ ໃນການພັດທະນາເສດຖະກິດ-ສັງຄົມ ເພື່ອຄວາມກ້າວໜ້າທາງເຕັກໂນໂລຊີ, ຄວາມປອດໄພທາງດ້ານຂໍ້ມູນຂ່າວສານ, ລວມທັງຄວາມໝັ້ນຄົງຂອງຊາດ ແລະ ຜົນປະໂຫຍດສ່ວນລວມ.

ພ້ອມກັນນີ້, ສປປ ລາວ ຍັງໄດ້ສະແດງການສະໜັບສະໜູນຢ່າງເຕັມປ່ຽມ ຕໍ່ເນື້ອໃນບົດປາໄສຂອງ ສະຫາຍ ປະທານປະເທດ ສີ ຈິ້ນຜິງ ທີ່ໄດ້ກ່າວຜ່ານກອງປະຊຸມທາງໄກ ໃນໂອກາດວັນສ້າງຕັ້ງ ສປຊ ຄົບຮອບ 75 ປີ ໂດຍສະເພາະແມ່ນ ຄຳເຫັນທີ່ສຳຄັນໃນ 6 ຈຸດໃຫຍ່ ຄື:

  • ການເປັນຄູ່ຮ່ວມຊະຕາກໍາຂອງມວນມະນຸດ;

  • ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ;

  • ການສົ່ງເສີມການຄ້າຫຼາຍຝ່າຍ;

  • ແນວຄິດການພັດທະນາແບບໃໝ່;

  • ການຮ່ວມມືໃນຂອບຫຼາຍຝ່າຍ; ແລະ

  • ການສະໜັບສະໜູນຄວາມເປັນແກນກາງຂອງສະຫະປະຊາຊາດ ແລະ ອື່ນໆ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page