top of page
Search

ລາວ-ຈີນ ສົ່ງເສີມນຳໃຊ້ເງິນ 2 ສະກຸນ ກີບ ແລະ ຢວນ

  • Writer: Superphil Phil
    Superphil Phil
  • Mar 25, 2020
  • 1 min read

ລາວ-ຈີນ ສົ່ງເສີມ ແລະ ຊຸກຍູ້ສາຍພົວພັນການຄ້າ ນຳໃຊ້ເງິນ 2 ສະກຸນ ກີບ ແລະ ຢວນ

ສປປ ລາວເຮົາ ແລະ ສປ ຈີນ ກຽມຄວາມພ້ອມໃສ່ບັນດາເງື່ອນໄຂ, ທ່າແຮງທາງເສດຖະກິດທີ່ກຳລັງຈະເກີດຂຶ້ນໃນອະນາຄົດ ລັດຖະບານທາງ 2 ປະເທດຈິ່ງເຫັນວ່າຄວນມີຂໍ້ຕົກລົງຮ່ວມກັນໃນການສົ່ງເສີມການນຳໃຊ້ເງິນສອງສະກຸນລະຫວ່າງກີບກັບຢວນ ເພື່ອຄວາມສະດວກໃນການຊຳລະສະສາງ.

ພາບ: khumkomlao.com

ໃນລະຫວ່າງເດືອນ ມັງກອນ 2020 ທີ່ຜ່ານມາ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມ ທາງລັດຖະກິດ ສາທາລະນະລັດ ປະຊາຊົນຈີນ

ແລະ ໃນໂອກາດດັ່ງກ່າວ ວັນທີ 6 ມັງກອນ 2020,     ທ່ານ ສອນໄຊ ສິດພະໄຊ, ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ (ທຫລ)ແລະ ທ່ານ ອີ້ ກັງ, ຜູ້ວ່າການທະນາຄານ ປະຊາຊົນຈີນ (ທປຈ)

ຮ່ວມລົງນາມ ໃນສັນຍາວ່າດ້ວຍການຮ່ວມມື ໃນການສົ່ງເສີມ ການນໍາໃຊ້ສະກຸນເງິນທ້ອງຖິ່ນ ລະຫວ່າງ ທທລ ແລະ ທປຈ ພາຍໃຕ້ການເປັນສັກຂີພະຍານ ຂອງທ່ານ ນາຍົກລັດຖະມົນຕີສອງປະເທດ.

ພາບ: khumkomlao.com

ສັນຍາວ່າດ້ວຍການຮ່ວມມື ໃນການສົ່ງເສີມການນໍາໃຊ້ສະກຸນເງິນທ້ອງຖິ່ນ ລະຫວ່າງ ທຫລ ແລະ ທປຈ ໄດ້ລະບຸ ກ່ຽວກັບ ການຮ່ວມລະຫວ່າງ ສອງລະບົບທະນາຄານ ໃນການສົ່ງເສີມ ສາຍພົວພັນລະຫວ່າງ ບັນດາທະນາຄານ ທຸລະກິດ ຂອງ ສປປ ລາວ ແລະ ສປ ຈີນ ເພື່ອຊຸກຍູ້ການນໍາໃຊ້ສະກຸນເງິນ ທ້ອງຖິ່ນ ໃນການອໍານວຍຄວາມສະດວກ ໃຫ້ແກ່ການຄ້າ ແລະ ການລົງທຶນສອງຝ່າຍ.

ພາບ: khumkomlao.com

ທັງໝົດນີ້ສະແດງໃຫ້ເຫັນເຖິງ ຄໍາໝັ້ນສັນຍາ ຂອງສອງທະນາຄານກາງ ໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ ໜຶ່ງແລວທາງໜຶ່ງເສັ້ນທາງ ໃນຂົງເຂດຂະແໜງການທະນາຄານ ທັງເປັນການຍົກລະດັບ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄປສູ່ລະດັບໃໝ່.

ສັນຍາດັ່ງກ່າວ, ສອງທະນາຄານ ສົ່ງເສີມການຮ່ວມມື ແລະ ຊຸກຍູ້ການໃຊ້ສະກຸນເງິນກີບ ແລະ ເງິນຢວນ ເຂົ້າໃນການຊໍາລະ ແລະ ສະສາງທຸລະກໍາການຄ້າ ແລະ ການລົງທຶນລະຫວ່າງປະຊາຊົນ ຂອງສອງປະເທດ.

ຄຽງຄູ່ກັນນີ້, ສັນຍາດັ່ງກ່າວ ຍັງໄດ້ລະບຸ ເຖິງຄໍາໜັ້ນສັນຍາ ຂອງສອງທະນາຄານກາງ ໃນການຍົກລະດັບ ການຮ່ວມມືຊຶ່ງກັນ ແລະ ກັນ ເພື່ອສົ່ງເສີມການຄ້າໂດຍກົງ ທີ່ເປັນສະກຸນເງິນກີບ ແລະ ຢວນ ຢູ່ແຕ່ລະປະເທດ, ຊຶ່ງຈະຊ່ວຍປະກອບສ່ວນ ໃນການຊຸກຍູ້ ສາຍພົວພັນການຄ້າ ແລະ ການລົງທຶນລະຫວ່າງ ສອງປະເທດ ຫຼາຍຂຶ້ນກວ່າເກົ່າ.

cr: ທະນາຄານແຫ່ງ ສປປ ລາວ

ຕິດຕາມ​ການ​ເຄືອນ​ໄຫວ​ເຫດ​ການເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page