ລາວ ຄົ້ນພົບວັດຖຸບູຮານກວ່າ 7800ອັນ ທີ່ເຊໂປນ ແຂວງສະຫວັນນະເຂດ
- Superphil Phil
- Oct 1, 2020
- 1 min read
ລາວ ຄົ້ນພົບວັດຖຸບູຮານກວ່າ 7800ອັນ ທີ່ເຊໂປນ ແຂວງສະຫວັນນະເຂດ
ສປປ ລາວ ນັບວ່າເປັນປະເທດໜຶ່ງທີ່ຄົ້ນພົບວັດຖຸສິ່ງຂອງທີ່ບູຮານຢ່າງຫລວງຫລາຍຕັ້ງແຕ່ໃດໆມາແລ້ວ ປະເທດລາວຖືວ່າເປັນປະເທດທີ່ມີອາລິຍະທຳວັດທະນາທຳມາແຕ່ບູຮານນະການສາມາຮູ້ໄດ້ຈາກປະຫວັດສາດ ແລະ ວັດຖຸບູຮານຕ່າງໆທີ່ຄົ້ນພົ້ນໃນແຕ່ລະຄັ້ງບໍ່ວ່າຈະເປັນພະພຸດທະຮູບຕ່າງໆ ບໍ່ວ່າຈະເປັນສິ້ນສ່ວນເຄືອງໃຊ້ຕ່າງໆລ້ວນແລ້ວແຕ່ບົງບອກເຖິງຄວາມຈະເລີນຮຸ່ງເຮືອງຂອງລາວສະໄໝນັ້ນ.
ໃນທ້າຍເດືອນກັນຍາ 2020 ຜ່ານມານີ້ກໍໄດ້ຄົ້ນພົບວັດຖຸບູຮານເກົ່າແກ່ຈຳນວນ 7.800 ອັນທີ່ເຊໂປນ ແຂວງສະຫວັນນະເຂດ, ເຊິງວັດຖຸບູຮານດັ່ງກ່າວໄດ້ມາຈາກການຂຸດຄົ້ນພາຍໃນເຂດໂຄງການບໍ່ຄຳເຊໂປນ ແຂວງສະຫວັນນະເຂດ, ແລະ ເພື່ອໃຫ້ວັດຖຸບູຮານທັງໝົດນີ້ໄດ້ຮັບການບົວລະບັດຮັກສາຖືກຕ້ອງຕາມລະບຽບບ້ານເມືອງ, ບໍລິສັດລ້ານຊ້າງມີ ເນໂຣນສ໌ ໄດ້ໂອນມອບໃຫ້ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເປັນຜູ້ເກັບຮັກສາ ແລະ ຄຸ້ມຄອງ ຕໍ່ໄປ.

ວັດຖຸບູຮານທັງໝົດປັດຈຸບັນມອບໃຫ້ພາກລັດຄຸ້ມຄອງຄື: ຫໍພິພິທະພັນແຫ່ງຊາດ , ຫໍພິພິທະພັນສະຫວັນນະເຂດ ແລະ ຫໍວັດທະນະທຳເມືອງວິລະບູລີ ເຊິງ ວັດຖຸບູຮານທີ່ມາມອບປະກອບມີວັດຖຸພັນປະເພດທອງແດງ, ທອງເຫລືອງ, ເຫລັກ, ດິນເບົ້າຫລໍ່, ແກ້ວປະດັບ-ເຈຍລະໄນ, ເຄື່ອງປັ້ນດິນເຜົາ ແລະ ໄມ້ (ມີອາຍຸເກົ່າແກ່ແຕ່ 1,000-3,000 ປີ).
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.
Comments