ລາວ ຂາດດຸນການຄ້າໃນເດືອນ 05/2020 ປະມານ 183 ລ້ານໂດລາ
- Superphil Phil
- Jun 19, 2020
- 1 min read
ການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນ 5 ປີ 2020 ບັນລຸໄດ້ປະມານ 711 ລ້ານໂດລາ ໃນເດືອນທີ່ຜ່ານມາມູນຄ່າໄດ້ມີການສະຫລຸບ ການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 5 ປີ 2020, ເຊິ່ງລວມທັງໝົດບັນລຸໄດ້ປະມານ 711 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 264 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າມີປະມານ 447 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 183 ລ້ານໂດລາສະຫາລັດ. ໝວດສິນຄ້າສົ່ງອອກຫຼັກ ສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 264 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດຕາມລໍາດັບ ເຊັ່ນ: ແຮ່ທອງ ມີມູນຄ່າປະມານ 33 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ມີມູນຄ່າປະມານ 23 ລ້ານໂດລາສະຫະລັດ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ ມີມູນຄ່າປະມານ 22 ລ້ານໂດລາສະຫະລັດ , ໝາກກ້ວຍ ມີມູນຄ່າປະມານ 20 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ,ຊູກໍາລັງ…) ມີມູນຄ່າປະມານ 19 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ ມີມູນຄ່າປະມານ 12 ລ້ານໂດລາສະຫະລັດ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ ມີມູນຄ່າປະມານ 11 ລ້ານໂດລາສະຫະລັດ.
ໝາກໄມ້ (ໝາກໂມ, ໝາກຂາມ, ໝາກມ່ວງ…) ມີມູນຄ່າປະມານ 9.38 ລ້ານໂດລາສະຫະລັດ, ຄຳປະສົມ, ຄຳແທ່ງ ມີມູນຄ່າປະມານ 9.33 ລ້ານໂດລາສະຫະລັດ, ໂຄງຮ່າງ, ຊິ້ນສ່ວນກ້ອງບັນທຶກພາບ ມີມູນຄ່າປະມານ 9.30 ລ້ານໂດລາສະຫະລັດ. ສປປ ລາວ ຂາດດຸນການຄ້າປະມານ 183 ລ້ານໂດລາໃນເດືອນ 05/2020 ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments