top of page
Search

​”ລອດ” ແລະ “ຫຼອດ” ຕ່ຳ ແລະ​ ສູງ ຂອງພາ​ສາ​ລາວ

  • Writer: Superphil Phil
    Superphil Phil
  • May 14, 2020
  • 1 min read

ອະ​ທິ​ບາຍ​ຄຳ​ວ່າ ​”ລອດ” ແລະ “ຫຼອດ” ​ ກັບຄວາມໝາຍຂອງສຽງ ຕ່ຳ ແລະ​ ສູງ

ພາ​ສາ​ລາວ​ເປັນ​ພາ​ສາ​ທີ່​ມີ​ສຽງ ຫລື ການ​ອ່ານ​ອອກ​ສຽງ ສູງ ແລະ ຕ່ຳ, ເຊິງ​ແຕ່​ລະ​ຄວາມ​ໝາຍ​ຂອງສຳ​ນຽງ​ສຽງ​ສູງ ຫລື ຕ່ຳ ຈະ​ແຕກ​ຕ່າງ​ການ​ອອກ​ໄປ​ຕາມ​ການ​ໃຊ້​ຂອງ​ຄຳ ຫລື ປະ​ໂຫຍກ​ນັ້ນໆ.

ແລະ ຫາກຈະ​ເວົ້າ​ເຖິງ ຄຳວ່າ “ລອດ” ແລະ “ຫຼອດ” ສອງ​ຄຳ​ນີ້​ກໍ່​ເຊັ່ນ​ກັນ, ການ​ຂຽນ ແລະ ສຳ​ນຽງ​ສຽງ​ເວົ້າ​ທີ່ ຕ່ຳ ແລະ ສູງ ກໍ່​ມີ​ຄວາມ​ໝາຍ​ຕ່າງ​ກັນ​ອະ​ທິ​ບາຍ​ໄດ້​ດັ່ງ​ນີ້:


#ລອດ ເປັນຄຳກຳມະ ໝາຍເຖິງ ຜ່ານໄປ, ເອົາຕົວຜ່ານເຂົ້າໄປໃນຮູ, ຜ່ານໄປໃນປ່ອງນ້ອຍໆ ເຊັ່ນ ລອດປ່ອງ, ລອດກ້ອງລ່າງ ນອກຈາກນີ້ຍັງໃຊ້ໃນຄວາມໝາຍ ລອດຕາຍ, ໄປລອດ, ໄປບໍ່ລອດ, ເອົາຕົວລອດ, ຊີວິດລອດ… (ສະຖາບັນຄົ້ນຄວ້າ​ຯ2012:848)


ການ​ກົ້ມ​ຕົວ​ລົງ​ເພື່ອ​ຜ່ານ​ເຂົ້າ​ໄປໃນ​ສະ​ຖານ​ທີ່​ຕ່າງໆ​ທີ່​ບໍ່​ສູງ​ກໍ່​ເອີ້ນ​ວ່າ ລອດ​ເຊັ່ນ​ກັນ

ໃນໝວດໂຕງໂຕຍພາສິດວ່າ: ຂີ້ຊ້າງລອດ ຂີ້ມອດຄ້າງ(ຫລື ສາ​ມາດ​ເບິ່ງຄຳ​ອື່ນໆ​ໄດ້​ທີ່ เว้าลาวกัน)


ນອກຈາກນີ້ຍັງມີຄຳວ່າ​”​ອອດລອດ” ໝາຍເຖິງຫວ່າງກີ້ນີ້ ເຊັ່ນ​ ເຮັດໄປອອດລອດ ລືມໄວແທ້.


#ຫຼອດ ເປັນຄຳຄຸນນາມ ແປວ່າ ນ້ອຍ, ບໍ່ໃຫຍ່ເຊັ່ນ ຄົນໂຕນ້ອຍເອີ້ນວ່າ ຄົນຫຼອດ ນອກຈາກນີ້ຍັງເປັນຄຳນາມເຊັ່ນ:


#ລູກຫຼອດ ໝາຍເຖິງຄົນທີ່ຖືກເຈາະອອກຈາກທ້ອງຂອງແມ່ກ່ອນກຳນົດເພື່ອມາເຮັດພິທີກຳຕາມຄວາມເຊື່ອ.(ສະຖາບັນຄົ້ນຄວ້າ​ຯ2012:805)


#ໝາກຫຼອດ ໝາກໄມ້ຊະນິດໜຶ່ງ ລັກສະນະຄືກັບຫຼອດຝ້າຍ, ມີລົດຊາດສົ້ມໆ (ຫວານກໍມີ)

#ຫຼອດຝ້າຍ ໝາຍເຖິງອຸປະກອນພັນຝ້າຍໃສ່ໃນກະສວຍຕໍ່າຫູກ

#ຊີ້ນຫຼອດ ຊີ້ນທີ່ເຮັດເປັນດິ້ວໆຕາກແດດ.

#ຫຼອດລົມ ທໍ່ລົມໃນຮ່າງກາຍຄົນ ແລະສັດ.


ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ FacebookDoodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page