top of page
Search

ລົດໄຟລາວ – ຈີນປະຊຸມປຶກສາແກ້ໄຂ ຄ່າຊົດເຊີຍຜົນກະທົບ.

  • Writer: Superphil Phil
    Superphil Phil
  • Jul 25, 2020
  • 1 min read

ລົດໄຟລາວ – ຈີນປະຊຸມປຶກສາແກ້ໄຂ ຄ່າຊົດເຊີຍຜົນກະທົບ. ຕາມການລາຍງານຂອງແຫລ່ງຂ່າວເສດຖະກິດການຄ້າໃຫ້ຮູ້ວ່າ ຄະນະຮັບຜີດຊອບໂຄງການກໍ່ສ້າງທາງລົດໄຟລາວ – ຈີນຊ່ວງຜ່ານແຂວງຫຼວງນໍ້າທາ ຂອງສອງຝ່າຍລາວ – ຈີນ ໄດ້ຈັດກອງປະຊຸມ ໃນວັນທີ 17 ກໍລະກົດ 2020 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງຫຼວງນໍ້າທາ, ປຶກສາຫາລືແຜນໃນການຈັດຕັ້ງປະຕິບັດອັນຮີບດ່ວນໃນການຈັນສັນທີ່ຢູ່ໃໝ່ໃຫ້ປະຊາຊົນ ແລະ ເບີກຈ່າຍເງີນຊົດເຊີຍໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບໃຫ້ສໍາເລັດ. ໂດຍການເປັນປະທານຂອງທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ຮອງຫົວໜ້າຄະນະຊີນໍາລວມໂຄງການກໍ່ສ້າງທາງລົດໄຟລາວ – ຈີນ , ເຂົ້າຮ່ວມມີ ທ່ານ ຄໍາໄຫຼ ສີປະເສີດ ຮອງເຈົ້າແຂວງໆຫຼວງນໍ້າທາ, ມີ ທ່ານ ຊຽວຊານ ເຫິວນ ອໍານວຍການໃຫຍ່ບໍລິສັດ ທາງລົດໄຟລາວຈີນຈໍາກັດ,ມີຄະນະຊີ້ນໍາລວມຂັ້ນແຂວງ, ຄະນະກໍາມະການໄກ່ເກ່ຍແກ້ໄຂຜົນກະທົບ, ຄະນະຮັບຜິດຊອບເບີກຈ່າຍຄ່າຊົດເຊີຍຜົນກະທົບໂຄງການກໍ່ສ້າງທາງລົດໄຟລາວ – ຈີນຊ່ວງຜ່ານແຂວງຫຼວງນໍ້າທາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພ​າບ: laoedaily.com.la

ທ່ານ ທອງແດງ ສິດທິສົນ ຫົວໜ້າຄະນະໄກ່ເກ່ຍຜົນກະທົບທາງລົດໄຟລາວ – ຈີນຊວ່ງຜ່ານແຂວງຫຼວງນໍ້າທາໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຂອງໂຄງການກໍ່ສ້າງທາງລົດໄຟລາວ – ຈີນ, ຊ່ວງຜ່ານແຂວງຫຼວງນໍ້າທາ ໂດຍຫຍໍ້ໃຫ້ທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະຮັບຜີດຊອບໄດ້ຮັບຊາບ. ຈາກນັ້ນຄະນະຮັບຜິດຊອບທັງສອງຝ່າຍລາວ – ຈີນ ກໍໄດ້ປືກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນໃນບັນດາໜ້າວຽກອັນຮີບດ່ວນເປັນຕົ້ນແມ່ນວິທີການແກ້ໄຂເຊັ່ນ: ປຶກສາຫາລືການກໍານົດປັກຫຼັກຂອບເຂດ 80 ເຮັກຕາ, ທີ່ລັດຖະບານໄດ້ຮັບຮອງເພື່ອຈັດສັນໃຫ້ປະຊາຊົນອອກຈາກຂອບເຂດດັ່ງກ່າວ, ປຶກສາຫາລືແກ້ໄຂຈຸດທີ່ຖືກແລວທາງກໍສ້າງທາງລົດໄຟລາວ – ຈີນໃນຈໍານວນ 37 ຄອບຄົວ, ແກ້ໄຂແລ້ວ 3 ຄອບຄົວ, ຍັງເຫຼືອ 34 ຄອບຄົວທີ່ຈະໄດ້ແກ້ໄຂໃຫ້ສໍາເລັດໃນທ້າຍເດືອນກໍລະກົດນີ້ ແລະ ປືກສາຫາລືທາງເວັ້ນທີ່ຕັດໃໝ່ຈາກເຂດສະຖານີໄປຫາທາງຊິງຊັ່ງທີ່ຈະໄດ້ດໍາເນີນການກໍ່ສ້າງໃຫ້ມີຄວາມສະດວກສະບາຍ ແລະ ວ່ອງໄວທັນການ ເພື່ອໃຫ້ສໍາເລັດໂຄງການດັ່ງ ກ່າວ ແລະ ຈະໃຫ້ໄດ້ມອບຮັບໃນວັນທີ 2 ທັນວາ ປີ 2021 ນີ້. ໂຄງການລົດໄຟລາວ – ຈີນປະຊຸມປຶກສາແກ້ໄຂ ຄ່າຊົດເຊີຍຜົນກະທົບຊ່ວງຜ່ານຫຼວງນໍ້າທາ. ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Commenti


© 2023 by NOMAD ON THE ROAD. Proudly created with Wix.com

bottom of page