top of page
Search

ລັດແຈ້ງ!!!ພາກທຸລະກິດທີ່ຈະດໍາເນີນກິດຈະການໃນໄລຍະນີ້ຕ້ອງຮັບປະກັນໃນການຕ້ານໂຄວິດ-19

  • Writer: Superphil Phil
    Superphil Phil
  • Apr 24, 2020
  • 1 min read

ແຈ້ງການເຖິງພາກທຸລະກິດທີ່ຈະດໍາເນີນກິດຈະການໃນໄລຍະນີ້ຕ້ອງຮັບປະກັນໃນການຕ້ານໂຄວິດ-19

ເນື່ອງ​ຈາກ​ການ​ລັດ​ຖະ​ບານ​ມີ​ນະ​ໂຍ​ບາຍ​ໃຫ້ ປະ​ຊາ​ຊົນ​ຢູ່​ບ້ານ, ຫ້ອງ​ການ​ຕ່າງໆ​ໃຫ້​ຍຸດ​ຕິ​ຊົວ​ຄາວ​ຍ້ອນ​ການ​ລະ​ບາດ​ຂອງ​ໂຄວິດ 19 ນີ້, ແລະ ໃຫ້​ສະ​ເພາະ​ພະ​ນັກ​ງານ​ທີ່​ຈຳ​ເປັນ​ຕ້ອງ​ໄດ້​ໄປ ຫລື ກິດ​ຈະ​ການ​ທີ່​ຈຳ​ເປັນຕ້ອງໄດ້​ດຳ​ເນີນ​ການ​ປົກ​ກະ​ຕິ​ໃຫ້​ມີ​ການ​ເຄືອນ​ໄຫວ​ດ້ວຍ​ຄວາມ​ລະ​ມັດ​ລະ​ວັງ.

ພາບ: ​laopost.com

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ອອກແຈ້ງການແນະນໍາເມື່ອວັນທີ 21 ເມສາ 2020 ທີ່ຜ່ານມາ ເຖິງ ບັນດາໂຄງການ, ບໍລິສັດ ແລະ ໂຮງງານ ທີ່ຈໍາເປັນຕ້ອງໄດ້ເປີດກິດຈະການ ຫຼື ດໍາເນີນທຸລະກິດ ແມ່ນໃຫ້ປະຕິບັດມາດຕະການຕ່າງໆຢ່າງເຂັ້ມງວດ.

ບັນດາເງື່ອນໄຂປະກອບມີ: ໂຄງການ, ບໍລິສັດ ແລະ ໂຮງງານຕ້ອງມີພື້ນທີ່ເຮັດວຽກເປັນຂອບເຂດສະເພາະ (ມີບ່ອນເຮັດວຽກ, ບ່ອນພັກເຊົາໃນຂອບເຂດສະເພາະໄດ້ມາດຕະຖານໃຫ້ພະນັກງານ-ກໍາມະກອນຢ່າງພຽງພໍ), ມີສະຖານທີ່ເຮັດວຽກ, ຫ້ອງອາຫານ ແລະ ທີ່ພັກບໍ່ແອອັດ ແລະ ຮັບປະກັນໄລຍະຫ່າງກັນ 1 ແມັດ, ມີລົດຮັບສົ່ງພະນັກງານ-ກໍາມະກອນ, ມີນໍ້າສະອາດເພື່ອນໍາໃຊ້ຢ່າງພຽງພໍ ຕະຫຼອດ 24 ຊົ່ວໂມງ ມີບ່ອນລ້າງມື ພ້ອມທັງສະບູ, ເຈວລ້າງມື ແລະ ຜ້າອັດດັງ-ປາກໃຫ້ພຽງພໍ ສໍາລັບພະນັກງານ-ກໍາມະກອນທຸກໆຄົນ, ມີເຈົ້າໜ້າທີ່ຮັກສາເວນຍາມຕະຫຼອດ 24 ຊົ່ວໂມງ ເພື່ອກວດກາຄົນ, ມີໜ່ວຍງານອະນາໄມກໍາຈັດຂີ້ເຫຍື້ອ ແລະ ສິ່ງເສດເຫຼືອທີ່ອາດສ່ຽງຕໍ່ການຕິດເຊື້ອພະຍາດ, ມີການອໍານວຍຄວາມສະດວກໃຫ້ແກ່ທີມແພດ ເຂົ້າໄປຕິດຕາມກວດກາ ເຜີຍແຜ່ຄວາມຮູ້ກ່ຽວກັບພະຍາດໂຄວິດ-19 ໃນແຕ່ລະໄລຍະ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comentarios


© 2023 by NOMAD ON THE ROAD. Proudly created with Wix.com

bottom of page