top of page
Search

ລັດເລັ່ງຊ່ວຍເຫຼືອປະຊາຊົນຜູ້ໄດ້​ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດອັກເສບປອດໂຄວິດ 19

  • Writer: Superphil Phil
    Superphil Phil
  • Apr 24, 2020
  • 1 min read

ລັດເລັ່ງໃຫ້ການຊ່ວຍເຫຼືອປະຊາຊົນຜູ້ຫາເຊົ້າ-ກິນຄໍ່າ ທີ່ດໍາລົງຊີວິດໃນຕົວເມືອງໃຫຍ່.

ເນື່ອງ​ຈາກປະຊາຊົນຜູ້ຫາເຊົ້າ-ກິນຄໍ່າ ທີ່ດໍາລົງຊີວິດໃນຕົວເມືອງໃຫຍ່ໄດ້​ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດອັກເສບປອດໂຄວິດ 19 ຢ່າງ​ໜັກ ເຊິງ​ເປັນຜູ້ປະກອບອາຊີບນອກລະບົບປະກັນສັງຄົມ, ຕາມ​ການລາຍງານຂອງໜັງສືພິມວຽງຈັນທາມ ເມື່ອວັນທີ 22 ເມສານີ້ວ່າ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່ຳ​ລັງຄົ້ນ​ຄ້​ວາ ແລະ ເລັ່ງຊ່ວຍເຫຼືອ​ປະ​ຊາ​ຊົນ​ເຫລົ່າ​ນີ້​ຢູ່.


ພາບ​: laopost.com

ອີງຕາມບົດລາຍງານຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ສະເໜີຕໍ່ກອງປະຊຸມຂອງຄະນະສະເພາະກິດ ກ່ຽວກັບການແກ້ໄຂຜົນກະທົບ ແລະ ຜັນຂະຫຍາຍນະໂຍບາຍ, ມາດຕະການເພື່ອຫຼຸດຜ່ອນຜົນກະທົບຈາກພະຍາດໂຄວິດ-19

ໃນວັນທີ 20 ເມສາ 2020 ທີ່ຜ່ານມາ ວ່າ ນະໂຍບາຍໃຫ້ການຊ່ວຍເຫຼືອລວມມີ ການຈ່າຍເງິນສົດໃຫ້ກຸ່ມເປົ້າໝາຍ 100,000 ກີບ/ຄົນ ໄລຍະ 3 ເດືອນ, ເຊີ່ງເປັນການປະຕິບັດນະໂຍບາຍ ຄືກັນກັບຜູ້ປະສົບໄພພິບັດນໍ້າຖ້ວມ ຢູ່ເມືອງ ສະໜາມໄຊ ແຂວງອັດຕະປື ໃນຜ່ານມາ, ພ້ອມກັນນີ້ ກໍ່ໃຫ້ມີການຫຼຸດຜ່ອນ ຫຼື ເລື່ອນການຈ່າຍຄ່າເຊົ່າທີ່ອາໄສ ສໍາລັບຜູ້ທີ່ຢູ່ຫ້ອງເຊົ່າ ໂດຍແມ່ນເຈົ້າຂອງກິດຈະການຫ້ອງເຊົ່າ ມີສ່ວນຮ່ວມໃນການຊ່ວຍເຫຼືອ. ກຸ່ມເປົ້າໝາຍທີ່ຈະໄດ້ຮັບນະໂຍບາຍ ແລະ ການຊ່ວຍເຫຼືອ ແມ່ນຜູ້ອອກແຮງງານ ຢູ່ຮ້ານບັນເທີງ, ຮ້ານຄາລາໂອເກະ, ຮ້ານເບຍ, ຮ້ານບໍລິການນວດ, ຮ້ານສະປາ, ສະຖານທີ່ອອກກໍາລັງກາຍ, ສະຖານທີ່ຫຼີ້ນກິລາ, ຕະຫຼາດກາງຄືນ, ໂຮງງານຕັດຫຍິບ, ການບໍລິການທ່ອງທ່ຽວ, ໂຮງງານອື່ນໆ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page