top of page
Search

ລົດເມນະຄອນຫຼວງວຽງ​ຈັນໄດ້ເປີດບໍລິການຄືນແລ້ວ

  • Writer: Superphil Phil
    Superphil Phil
  • May 16, 2020
  • 1 min read

ລົດເມນະຄອນຫຼວງວຽງ​ຈັນໄດ້ເປີດບໍລິການຄືນແລ້ວ

ລັດວິສາຫະກິດລົດເມນະຄອນຫຼວງໄດ້​ຢຸດ​ການ​ໃຫ້​ບໍ່​ລິ​ການ​ມາ​ຕັ້ງ​ແຕ່​ມີ​ນະ​ໂຍ​ບາຍ​ຂອງ​ນາຍ​ຍົກ​ລັດ​ຖະ​ມົນ​ຕີ​ເພື່ອ​ປ້ອງ​ກັນ ແລະ ຕ້ານ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ 19 ທີ່​ຜ່າ​ນ​ມາ, ແລະ ປະ​ຈຸ​ບັນ​ສະ​ຖາ​ນະ​ການ​ເລີ່ມ​ຜ່ອນ​ຄາຍ​ລົງ​ຫລາຍ​ໆ​ວິ​ສາ​ຫະ​ກິດ​ກໍ່​ທະ​ຍອຍ​ກັນ​ເຄືອນ​ໄຫວ​ດ້ວຍ​ຄວາມ​ລະ​ມັດ​ລະ​ວັງ.


ຕາມ​ການ​ສຳ​ພາດ ທ່ານ ບົວພາ ເພັດວິໄຊ ຮອງອຳນວຍການ ລັດວິສາຫະກິດລົດເມນະຄອນຫຼວງ ໄດ້ໃຫ້ຮູ້ວ່າ: ລັດວິສາຫະກິດລົດເມນະຄອນຫຼວງ ຈະເປີດບໍລິການເກືອບທຸກເສັ້ນທາງຢູ່ນະຄອນຫຼວງ ໃນ​ວັນ​ທີ່ 15 ນີ້,​ ພາຍຫຼັງທີ່ໄດ້ເປີດບໍລິການ 3 ເສັ້ນທາງ ລວມມີ​ຕະຫຼາດເຊົ້າ–ນ້ຳຊວງ,​ ຕະຫຼາດເຊົ້າ–ເພຍລາດ ແລະ ຕະຫຼາດເຊົ້າ–ເມືອງສັງທອງ ໃນວັນອັງຄານ ທີ່ຜ່ານມາ ແລະ ຈະເລີ່ມເປີດເສັ້ນທາງແຕ່ ລາວ–ໄອເຕັກ ຫາ ສະໜາມບິນສາກົນວັດໄຕ,​ ເສັ້ນທາງ ຫາ ຕະຫາດຊັນຈຽງ ແລະ​ ເສັ້ນທາງອອກຕ່າງແຂວງແລ້ວ​ ພວກເຮົາແມ່ນຈະໄດ້ເປີດຄືນທັງໝົດ.​ ທັງນີ້,​ ພວກເຮົາໄດ້ຫຼຸດຈຳນວນຖ້ຽວ ລວມທັງຈໍານວນລົດເມ ທີ່ໃຫ້ບໍລິການແຕ່ລະເສັ້ນທາງລົງເພື່ອໃຫ້ແທດເໜາະກັບຈຳນວນຜູ້ໂດຍ ສານ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page