top of page
Search

ລັດມີແຈ້ງການໃຫ້ປັບປຸງລາຄາໄຟຟ້າຄືນໃໝ່

  • Writer: Superphil Phil
    Superphil Phil
  • Jun 12, 2020
  • 1 min read

ລັດມີແຈ້ງການໃຫ້ປັບປຸງລາຄາໄຟຟ້າຄືນໃໝ່ຫລັງຈາກມີການຮຽກຮ້ອງຈາກພາກສ່ວນ. ເປັນກະແສທີ່ສັງຄົມວິພາກວິຈານມາຢ່າງຕໍ່ເນື່ອງໃນໂລກໂຊຊຽວຕ່າງໆ ແລະ ກໍ່ຍັງເປັນປະເດັນຮ້ອນຢູ່ເລີມຈາກຊ່ວງທີ່ລັດຖະບານໃຫ້ກັກຕົວຢູ່ບ້ານໃນມາດຕະການສະກັດກັ້ນ ແລະ ຕໍ່ຕ້ານການແຜ່ລະບາດຂອງພະຍາດໂຄວິດ 19 ນັ້ນກໍ່ຄົງຈະແມ່ນບັນຫາກ່ຽວກັບລາຄາໄຟຟ້າທີ່ແພງຂຶ້ນ ອັນສ້າງຄວາມເດືອດຮ້ອນໃຫ້ແກ້ຜູ້ຊົມໃຊ້ທັງຫຼາຍ ແລະ ຫລາຍພາກສ່ວນຮຽກຮ້ອງໃຫ້ມີການປັບປຸງຄືນໃໝ່. ຫຼ້າສຸດ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ອອກແຈ້ງການ ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບລັດວິສາຫະກິດໄຟຟ້າລາວ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ ແລະ ປັບປຸງລາຄາໄຟຟ້າ ປີ 2020-2025 ຄືນໃໝ່, ອີງຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 637/ຫສນຍ, ລົງວັນທີ 9 ມິຖຸນາ 2020 ເຖິງທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເລື່ອງທິດຊີ້ນໍາກ່ຽວກັບການຄົ້ນຄວ້າ ແລະ ປັບປຸງລາຄາໄຟຟ້າ ປີ 2020-2025 ຄືນໃໝ່.

ພາບ: laoedaily.com

ໂດຍໃນແຈ້ງການໃຫ້ຮູ້ວ່າ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍແຈ້ງການຊີ້ນໍາຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີດັ່ງນີ້: 1 ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບລັດວິສາຫະກິດໄຟຟ້າລາວ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າການຫຼຸດລາຄາໄຟຟ້າ ເພື່ອປະຕິບັດນະໂຍບາຍຕໍ່ຜູ້ຊົມໃຊ້ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19. ລັດຖະບານມີແຈ້ງການ ໃຫ້ຄົ້ນຄວ້າປັບປຸງລາຄາໄຟຟ້າຄືນໃໝ່ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page