ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນຊີ້ແຈງກ່ຽວກັບມາດຕະການໃນການເພີ່ມທະວີການຈັດເກັບລາຍຮັບ.
- Superphil Phil
- Jun 27, 2020
- 1 min read
ຊີ້ແຈງມາດຕະການໃນການເພີ່ມທະວີການຈັດເກັບລາຍຮັບໂດຍ ຮອງນາຍົກ.
ເພື່ອຍົກສູງປະສິດທິພາບໃນການຈັດເກັບ ທັງເປັນການສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ຜູ້ປະກອບການ ມອບພັນທະໃຫ້ຫຼາຍຂຶ້ນ, ລັດຖະບານ ໄດ້ສຸມໃສ່ຄົ້ນຄວ້າ ແລະ ຂຸດຄົ້ນແຫຼ່ງລາຍຮັບທີ່ຍັງບົ່ມຊ້ອນ ເພື່ອທົດແທນແຫຼ່ງລາຍຮັບທີ່ສູນເສຍໄປ ລັດຖະບານຈື່ງໄດ້ສືບຕໍ່ເລັ່ງຂະຫຍາຍການຄຸ້ມຄອງຈັດເກັບລາຍຮັບ ຜ່ານລະບົບຄຸ້ມຄອງທີ່ທັນສະໄໝໃຫ້ກວ້າງຂວາງກວ່າເກົ່າ.
ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຄັ້ງວັນທີ 25 ມິຖຸນາ 2020, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນຊີ້ແຈງກ່ຽວກັບນະໂຍບາຍ, ມາດຕະການໃນການເພີ່ມທະວີການຈັດເກັບລາຍຮັບ ໄປພ້ອມກັບການຈໍາກັດ ແລະ ປະຢັດລາຍຈ່າຍ ແລະ ລະດົມທຶນຈາກພາຍໃນ ແລະ ຕ່າງປະເທດ ເພື່ອມາດຸນດ່ຽງງົບປະມານ ແລະ ການປະຕິບັດພັນທະຊໍາລະໜີ້ເງິນກູ້ຢືມພາຍໃນ ແລະ ຕ່າງປະເທດໃນສະພາບປັດຈຸບັນ ທີ່ງົບປະມານແຫ່ງລັດມີຄວາມຫຍຸ້ງຍາກ.
ທ່ານ ສົມດີ ດວງດີ ກ່າວວ່າ: ໃນສະພາບປັດຈຸບັນທີ່ງົບປະມານແຫ່ງລັດມີຄວາມຫຍຸ້ງຍາກ ເຊິ່ງກະຊວງການເງິນໄດ້ມີບາງນະໂຍບາຍ ແລະ ມາດຕະການ ທາງດ້ານການເງິນ – ງົບປະມານ ໃນ 6 ເດືອນທ້າຍ ປີ 2020. ໃນນີ້, ນະໂຍບາຍ ແລະ ມາດຕະການໃນການເພີ່ມທະວີການຈັດເກັບລາຍຮັບ ມີດັ່ງນີ້: ສືບຕໍ່ເຮັດວຽກງານແນວຄິດການເມືອງຄະນະພັກ – ຄະນະນໍາ, ຕໍ່ສະມາຊິກພັກ – ພັກງານຫຼັກແຫຼ່ງ ແລະ ພະນັກງານທຸກຂັ້ນຂອງຂະແໜງການເງິນທັງສູນກາງ ແລະ ທ້ອງຖິ່ນໃຫ້ມີ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ຖືຜົນປະໂຫຍດສ່ວນລວມຂອງປະເທດຊາດເປັນຫຼັກ, ມີຈັນຍາບັນໃນການປະຕິບັດວຽກງານ, ເຄົາລົບ ແລະ ປະຕິບັດກົດໝາຍວ່າດ້ວຍລັດຖະກອນ, ບັນດາຂໍ້ຫ້າມ, ວິໄນຂະແໜງການເງິນຢ່າງເຂັ້ມງວດ, ດໍາເນີນການປັບປຸງກົງຈັກການຈັດຕັ້ງຂອງບາງກົມ ເພື່ອໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່, ໄປຄຽງຄູ່ກັບການປະເມີນຜົນພະນັກງານ – ລັດຖະກອນຕາມຜົນງານ ແລະ ຜົນສໍາເລັດຕໍ່ວຽກງານທີ່ໄດ້ຮັບມອບໝາຍ. ຊີ້ແຈງມາດຕະການໃນການເພີ່ມທະວີການຈັດເກັບລາຍຮັບ ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comentarios