top of page
Search

​ລັດ​ຖະ​ບານເລັ່ງ​ຟື້ນ​ຟູ​ການ​ທ່ອງ​ທ່ຽວ​​ພາຍ​ໃນລາວ.

  • Writer: Superphil Phil
    Superphil Phil
  • Jul 4, 2020
  • 1 min read

ລັດ​ຖະ​ບານເລັ່ງ​ຟື້ນ​ຟູ​ການ​ທ່ອງ​ທ່ຽວ​​ພາຍ​ໃນລາວ.

ພາຍຫລັງສະ​ຖາ​ນະ​ການໂຄວິດ-19 ໃນ ສ​ປ​ປ ລາວ ຜ່ອນ​ຄາຍ​ລົງ, ລັດຖະບານ ໄດ້ມີນະໂຍບາຍຕ່າງໆ ​ໂດຍສົມທົບກັບຂະແໜງສາທາລະນະສຸກຂັ້ນສູນກາງ ແລະ ທ້ອງຖິ່ນ, ຊຸກຍູ້​ພາກ​ທຸລະ​ກິດ ສ້າງ​ລາຍ​ການທ່ອງທ່ຽວ​ໃຫ້​ຫລາກ​ຫລາຍ ​ເພື່ອ​ສົ່ງ​ເສີມ​ການທ່ອງທ່ຽວ​ແບບ “ລາວ​ທ່ຽວ​ລາວ” ເພື່ອຊ່ວຍຫລຸດຜ່ອນຜົນກະທົບຕໍ່ເສດຖະກິດລາວ ຊຶ່ງ​ລັດຖະບານໄດ້ອອກຂໍ້ແນະນໍາໃຫ້ບັນດາຫົວໜ່ວຍທຸລະກິດທ່ອງທ່ຽວກ່ຽວກັບມາດຕະການເພື່ອຟື້ນຟູການທ່ອງທ່ຽວ.

ທ່ານ ອຸ່ນທວງ ຂາວ​ພັນ ຮອງ​ລັດຖະມົນຕີ​ ກະຊວງ​ຖະ​ແຫ່ງ​ຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ (ຖວທ) ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ທີ 1 ກໍລະກົດ 2020 ນີ້​ວ່າ: ​ເພື່ອ​ຊຸກ​ຍູ້​ສົ່ງ​ເສີມການທ່ອງທ່ຽວລາວ​ໃຫ້​ກັບ​ຄືນ​ສູ່​ສະພາບ​ປົກກະຕິ​ໂດຍ​ໄວ ​ແລະ ກະ​ຕຸ້ນ​ການທ່ອງທ່ຽວແບບ “ລາວ​ທ່ຽວ​ລາວ”

ກະຊວງ ຖວທ ກໍ​ຄືລັດຖະບານ ​ໄດ້​ຊຸກ​ຍູ້​ພາກ​ທຸລະ​ກິດຮ່ວມ​ກັນ​ສ້າງ​ລາຍການ​ທ່ອງ​ທ່ຽວ​ໃຫ້​ຫລາກ​ຫລາຍ, ມີ​ສ່ວນ​ຫລຸດ​ຫລາຍ​ຮູບ​ແບບ ​ເປັນ​ຕົ້ນສ່ວນ​ຫລຸດ​ລາຍການ​ທ່ອງ​ທ່ຽວ, ສ່ວນ​ຫລຸດ​ໂຮງ​ແຮມ, ​ເຮືອນພັກ, ຮ້ານ​ອາຫານ-​ເຄື່ອງ​ດື່ມ ​ແລະ ອື່ນໆ, ຊຸກຍູ້ໃຫ້ແຕ່ລະແຂວງ ຫລື ຕົວເມືອງທ່ອງທ່ຽວສ້າງກິດຈະກໍາການທ່ອງທ່ຽວທີ່ຕິດພັນກັບວັດທະນະທໍາ, ຮີດຄອງປະເພນີຂອງທ້ອງຖິ່ນ, ວິຖີຊີວິດຂອງທ້ອງຖິ່ນ, ຫັດຖະກໍາທ້ອງຖິ່ນ, ອາຫານທ້ອງຖິ່ນ ແລະ ການທ່ຽວຊົມທໍາມະຊາດ.

ພາບ​: laophattananews.com

ຟື້ນຟູຄວາມເຊື່ອໝັ້ນຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໃນນີ້ເນັ້ນໃສ່ດ້ານມາດຕະການດ້ານຄວາມປອດໄພ, ວິທີການຮັກສາສຸຂະອະນາໄມ, ການກະກຽມການປ້ອງກັນຕົນເອງກ່ອນການ ເດີນທາງ, ກ່ຽວກັບບັນຫາດ້ານສຸຂະອະນາໄມ ແລະ ຄວາມປອດໄພຂອງນັກທ່ອງທ່ຽວ ຜູ້ໃຫ້ບໍລິການຂອງພາກລັດ ແລະ ພາກທຸລະກິດ ໃນຂະແໜງການທ່ອງທ່ຽວ ພ້ອມສົ່ງເສີມຜະລິດຕະພັນການທ່ອງທ່ຽວທີ່ໂດດເດັ່ນຂອງລາວ ເພື່ອໃຫ້ຄົນລາວອອກເດີນທາງທ່ອງທ່ຽວ ພາຍໃນ “ລາວທ່ຽວລາວ” “ລາວ​ທ່ຽວ​ລາວ” ລັດ​ຖະ​ບານເລັ່ງ​ຟື້ນ​ຟູ​ການ​ທ່ອງ​ທ່ຽວ​​ພາຍ​ໃນລາວ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page