ລັດຖະບານ ສປປ ລາວ ຫາລືມາດຕະການແກ້ໄຂຜົນກະທົບໂຄວິດ-19
- Superphil Phil
- Apr 21, 2020
- 1 min read
ລາວຫາລື ແລະ ວາງມາດຕະການແກ້ໄຂຜົນກະທົບໂຄວິດ-19 ຕໍ່ພາກທຸລະກິດ
ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ 19 ແລະ ມາດຕະການສະກັດກັ້ນຕ້ານພະຍາດໂຄວິດ 19 ນີ້, ເຮັດໃຫ້ບັນດາທຸລະກິດນ້ອຍໃຫຍ່ຕ່າງໆຫລາຍທຸລະກິດໄດ້ຍຸດພັກໄວ້ຊົວຄາວສົ່ງຜົນໃຫ້ຂາດລາຍຮັບ ທັງລາຍຈາຍກໍ່ຕ້ອງໄດ້ຈ່າຍເປັນປົກກະຕິ.

ພາບ: laophattananews.com
ສະນັ້ນໃນວັນທີ 20 ເມສານີ້, ຄະນະສະເພາະກິດດ້ານເສດຖະກິດເພື່ອແກ້ໄຂຜົນກະທົບຈາກການລະບາດພະຍາດໂຄວິດ -19 ຕໍ່ເສດຖະກິດລາວ, ໄດ້ຈັດກອງປະຊຸມປຶກສາຫາລືວິທີແກ້ໄຂຜົນກະທົບດັ່ງກ່າວຕາມຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີເລກທີ 32 / ນຍ, ຂຶ້ນທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານສອນໄຊສີພັນດອນ, ຮອງນາຍົກລັດຖະມົນຕີ, ຫົວຫນ້າຄະນະສະເພາະກິດດັ່ງກ່າວ, ຊຶ່ງມີຜູ້ຕາງຫນ້າຈາກກະຊວງ, ຂະແຫນງການກ່ຽວຂ້ ຮ່ວມງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນແລະພາກຮ່ວມຮ່ວມຮ່ວມຮ່ວມຮ່ວມຮ່ວມຮ່ວມຮ່ວມ ເພື່ອທົບທວນຄືນການຈັດຕັ້ງຜັນຂະຫຍາຍ 10 ນະໂນບາຍແລະ 9 ມາດຕະການທາງດ້ານເສດຖະກິດທີລັດຖະບານໄດ້ວາງອອກເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ COVID-19 ຕໍ່ເສດຖະກິດຂອງສປປລາວແລະໄດ້ຄົ້ນຄວ້າບັນດາຂໍ້ສະເຫນີຂອງພາກທຸລະກິດເພື່ອຊອກວິທີແກ້ໄຂຜົນກະທົບດັ່ງກ່າວໃຫ້ມີປະສິດທິຜົນຕໍ່ພາກທຸລະກິດພາຍໃນແລະນະໂຍບາຍແກ້ໄຂຄວາມຫຍຸ້ງຍາກ, ການຊ່ວຍເຫຼືອປະຊາຊົນແລະສັງຄົມ, ສ່ວນມາດຕະການເພີ ່ມເຕີມລະອຽດຈະໄດ້ນໍາສະເຫນີຕໍ່ກອງປະຊຸມລັດຖະບານທີ່ຈະໄດ້ຈັດຂື້ນໃນວັນທີ 23 ເມສານີ້
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments