ຢຸດຕິການບໍລິການຂອງຮ້ານກິນດື່ມ ແລະ ຫ້າມປະຊາຊົນມີການຊຸມແຊວ
- Superphil Phil
- Apr 6, 2020
- 1 min read
ຫ້າມປະຊາຊົນມີການຊຸມແຊວ ແລະ ໃຫ້ຢຸດຕິການບໍລິການຂອງຮ້ານກິນດື່ມ
ກອງພັນເຄື່ອນທີ່ ປກສ ນະຄອນຫລວງວຽງຈັນ, ກໍາລັງຈາລະຈອນແຕ່ລະເມືອງໂດຍສົມທົບກັຍກໍາລັງປ້ອງກັນຊາດປະຕິບັດໜ້າທີ່ເພື່ອປະຊາຊົນທຸກຊັ້ນຄົນ ເພື່ອປະເທດຂອວພວກເຮົາ ໃນການສະກັດກັ້ນບໍ່ໃຫ້ພະຍາດຮ້າຍ ໂຄວິດ 19 ແຜ່ລະບາດ ຕາມຄໍາສັ່ງ 06/ ນຍ ເຖີງຈະມີຄວາມຮ້ອນເອົ້າແມ່ນໄດ້ອົດທົນ ຈຶ່ງເຊີນຊວນໃຫ້ພໍ່ແມ່ປະຊາຊົນຈົ່ງໃຫ້ຄວາມຮ່ວມມືເດີ

ຖ້າຫາກໃຜທີ່ຍັງຊຸມແຊວຫຼືຮ້ານບັນເທີງເປີດບໍລິການຕ້ອງໄດ້ລະວັງໄວ້ ເພີ່ນປາບປາມອີ່ຫຼີ, ວັນທີ 3/4/2020 ທີ່ນະຄອນຫລວງວຽງຈັນ ໄດ້ມີການລົງກວດກາຢ່າງເຄັງຄັດ ທັງເຈົ້າໜ້າທີ່ຈໍລະຈອນ ແລະ ອ້າຍນ້ອງທະຫານ ປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຈົ່ງບອກຕໍ່ກັນຕໍ່ໄປແນ່ເດີ່ເຖິງຮ້ານອາຫານ ຫລື ປະຊາຊົນຜູ້ທີ່ນິຍົມການຊຸມແຊວ, ເພາະເພີ່ນແຈ້ງເຕືອນແລ້ວ, ແລະ ຈະປະຕິບັດຢ່າງຈິງຈັງແລ້ວ.ຕາມການແຈ້ງເຕືອນ ແລະ ຂ່າວກ່ອນໜ້ານີ້ ຕາມການລາຍງານຂອງນັກຂ່າວສັນຈອນວ່າ: ຄືນນີ້ຂໍຊົມເຊີຍເຈົ້າໜ້າທີ່ ກຳລັງປະຕິບັດໜ້າທີ່ເລາະເຂົ້າຮ້ານກິນດື່ມຕ່າງໆພາຍໃນຕົວເມືອງນະຄອນຫຼວງວຽງຈັນ ຮ້ານໃດຍັງເປີດ ບໍລິການຊຸມແຊວ ຍັງຂັດຈາກຄຳສັ່ງຂອງທ່ານນາຍົກ ແມ່ນຈະຖືກປັບໃໝ ແລະ ເຮັດບົດບັນທຶກຖ້າຮ້າຍແຮງກໍຈະມີການສັ່ງປິດຮ້ານຖາວອນ ແລະ ຈະຈັບຄົນໄປໃຊ້ບໍລິການເຮັດບົດບັນທຶກຈຳພວກຄົນເລາະຫຼີ້ນຕາມຮ້ານຕ່າງໆ ເພື່ອເປັນການເຄົ້າລົບຄຳສັ່ງຂອງນາຍົກວ່າດ້ວຍປ້ອງກັນການລະບາດເຊື້ອໂຄວິດ-19 ຖ້າຫາກໃຜຜ່າຝືນຈະຖືກລົງໂທດຢ່າງຈິງຈັງ,
ເຊິງມາປະຈະບັນນີ້ຮອດວັນທີ 04/04/2020 ລາວບໍ່ພົບຜູ້ຕິດເຊື້ອໂຄວີດເພີ່ມ! ຍັງຢູ່ 10 ຄືເກົ່າ, ຈົ່ງພ້ອມໃຈກັນປະຕິບັດຢູ່ໃນບ້ານ, ເພື່ອຊ່ວຍຊາດຫລຸດຜ່ອນການແຜ່ລະບາດຂອງພະຍາດໂຄວິກ 19.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comentarios