ມາເຂົ້າໃຈລະອຽດກ່ຽວກັບຄຳສັບ “ລຸ້ນ” ກັນເທາະ
- Superphil Phil
- Mar 31, 2020
- 1 min read
ຈາກເຟສບຸກ ເພຈ ພາສາລາວໄດ້ພົບເຫັນຫົວຂໍ້ອະທີ່ບາຍຄຳວ່າ ລຸ້ນ ໄວ້ຢ່າງໜ້າສົນໃຈ, ເຊິງມີເນື້ອຫາດັ່ງລຸ່ມນີ້:
“ຢາກໄດ້ລຸ້ນໃດນໍ, ອ້າຍ?” ສຽງຫວານໆຂອງຜູ້ຂາຍໃນຮ້ານຂາຍໂທລະສັບມືຖືຖາມລູກຄ້າທີ່ພວມຊອກຫາມືຖືທີ່ຖືກໃຈ.
“ເຈົ້າຊິລຸ້ນທີມໃດ ລະຫວ່າງທີມຊາດແອັສປາຍກັບທີມຊາດເຢຍລະມັນ?” ນັກເຊຍບານເຈົ້າເກົ່າເວົ້າກັບໝູ່ຂອງລາວ.
“ໂຕບໍ່ຢາກລຸ້ນໂຊກນໍາເຂົາຫວະ?” ຊາຍໜຸ່ມງວາກຫນ້າຖາມໝູ່ທີ່ຢູ່ທາງຂ້າງພ້ອມກັບເລືອກໃບຫວຍທີ່ວາງຢູ່ຕໍ່ໜ້າ.
ຈາກຄໍາເວົ້າຄໍາວ່າທີ່ຍົກມາຂ້າງເທິງ ເຮົາຈະເຫັນໄດ້ວ່າ ຄໍາວ່າ “ລຸ້ນ” ໄດ້ຖືກນໍາໃຊ້ຢູ່ໃນຫຼາຍຄວາມໝາຍດັ່ງນີ້:
ລຸ້ນ 1 ໃຊ້ໃນຄວາມໝາຍ “ຮຸ່ນ” ໄວຢ່າງເຂົ້າສູ່ໄວບ່າວສາວ
ລຸ້ນ 2 ໃຊ້ໃນຄວາມໝາຍ “ຮຸ່ນ” ສະໄໝຂອງຄົນທີ່ກໍານົດເປັນໄລຍະ
ລຸ້ນ 3 ໃຊ້ໃນຄວາມໝາຍ “ຮຸ່ນ” ສະໄໝຂອງສິ່ງຂອງທີ່ກໍານົດເປັນໄລຍະ
ລຸ້ນ 4 ໃຊ້ໃນຄວາມໝາຍ “ເອົາໃຈຊ່ອຍ”
ລຸ້ນ 5 ໃຊ້ໃນຄວາມໝາຍ “ສ່ຽງ”

ຫາກພວກເຮົາເປີດວັດຈະນານຸກົມລາວແຕ່ລະເຫຼັ້ມເບິ່ງ ກໍຈະບໍ່ເຫັນຄໍາວ່າ “ລຸ້ນ” ມີແຕ່ຄໍາວ່າ “ຮຸ່ນ”. ດັ່ງນັ້ນ ໃນເວລາຂຽນໃນຂໍ້ 1-3 ເຮົາຄວນໃຊ້ຄໍາວ່າ “ຮຸ່ນ” ຈະດີກວ່າ ເພື່ອຮັກສາຄໍາເດີມລາວແທ້ຂອງເຮົາ.
ສ່ວນໃນຂໍ້ 4-5 ນັ້ນ ຖືວ່າແມ່ນຄໍາພ້ອມສຽງ “ລຸ້ນ” ທີ່ມີຄວາມໝາແຕກຕ່າງ ເຊິ່ງຫາກໍຖືກນໍາເຂົ້າມາໃສ່ໃນສໍານວນຄໍາເວົ້າຂອງລາວເຮົາເມື່ອປະມານສິບປີມານີ້ເອງ. ຄວາມຈິງແລ້ວ ຄໍາວ່າ “ລຸ້ນ” ໃນຄວາມໝາຍວ່າ “ເອົາໃຈຊ່ອຍ” ແມ່ນມາຈາກພາສາຈີນແຕ້ຈິ໋ວ ເຊິ່ງສື່ມວນຊົນຝ່າຍກິລາໄທໄດ້ນໍາມາໃຊ້; ຈາກນັ້ນ “ລຸ້ນ” ກໍຖືກນໍາມາໃຊ້ເຂົ້າໃນວົງການໂຄສະນາທຸລະກິດ ເຮັດໃຫ້ຄໍານີ້ມີຄວາມໝາຍກາຍເປັນ “ສ່ຽງ” ໃນທີ່ສຸດ. ຍ້ອນອິດທິພົນທາງສື່ໜັງສືພິມ ແລະໂທລະພາບປະເທດເພື່ອນບ້ານ ເຮັດໃຫ້ບັນດາສື່ມວນຊົນລາວ ໄດ້ຮັບຜົນກະທົບ ຄໍາວ່າ “ລຸ້ນ” ໃນຄວາມໝາຍ “ເອົາໃຈຊ່ອຍ” ແລະ “ສ່ຽງ” ກໍແຜ່ກະຈາຍໄປທົ່ວທຸກການໂຄສະນາທັງທາງໜ້າໜັງສືພິມ, ວາລະສານ ຕະຫຼອດຮອດວິທະຍຸ-ໂທລະພາບ…
ປັດຈຸບັນນີ້ ຄໍາວ່າ “ສ່ຽງໂຊກ” ໄດ້ຄ່ອຍໆຕາຍໄປ ໂດຍການເຂົ້າມາແທນທີ່ຂອງຄໍາວ່າ “ລຸ້ນໂຊກ”
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
ແຫລ່ງທີ່ມາ: fb ພາສາລາວ
Comments