ມາຮູ້ຈັກເຄື່ອງຫໍ່ເຂົ້າ ສຳລັບບຸນຫໍ່ເຂົ້າປະດັບດິນປະເພນີລາວ.
- Superphil Phil
- Jul 25, 2020
- 1 min read
ມາຮູ້ຈັກເຄື່ອງຫໍ່ເຂົ້າ ສຳລັບບຸນຫໍ່ເຂົ້າປະດັບດິນປະເພນີລາວ. ຄຳວ່າ ເຂົ້າປະດັບດີນ ໄດ້ແກ່ເຂົ້າ ແລະ ຂອງຄາວ, ຫວານ ພ້ອມທັງ ຫມາກພູ, ຢາສູບ ທີ່ຫໍ່ດ້ວຍໃບຕອງ, ຢາຊອງ ຫລື ວັດຖຸອື່ນໆ ແລ້ວນຳໄປວາງ ຫລື ຫ້ອຍໄວ້ຕາມຕົ້ນໄມ້ ຫລື ພື້ນດີນ ໃນຕອນເຊົ້າມືດ ຊື່ວ່າ ເຂົ້າປະດັບດີນ, ກຳນົດການທຳ ໃນວັນແຮມ 14 ຄໍ່າ ເດືອນ 9 ຕາມແບບສະໄຫມເກົ່າ. ແຕ່ສະໄຫມປະຈຸບັນເຫັນວ່າ ເຖີງໃຫ້ໄປ ຜູ້ຕາຍກໍ່ບໍ່ໄດ້ຮັບຜົນ ຈຶ່ງນິຍົມເອົາໄປຖະຫວາຍພະສົງແລ້ວຈິ່ງອຸທິດໃຫ້ຜູ້ຕາຍ ຈຶ່ງຈະໄດ້ຮັບຜົນ ດັ່ງຕົວຢ່າງ ຍາດພະເຈົ້າພິມພິສານ ກີນຂອງສົງແລ້ວຕົກນາລົກ ເຖີງ 91 ກັບ. ດັ່ງນັ້ນພະເຈົ້າພິມພິສານ ຈຶ່ງທຳບຸນຖວາຍທານແກ່ ພະພຸດທະເຈົ້າ, ພ້ອມພະສົງ 500 ອົງ ແລ້ວອຸທິດໃຫ້ຍາດ ເພື່ອໃຫ້ຍາດໄດ້ຮັບ ແລະ ໄປເກີດໃນສະຫວັນ.
ບຸນຫໍ່ເຂົ້າປະດັບດິນ ມີພິທີການທີ່ສຳຄັນຄື ການເຮັດຫໍ່ເຂົ້າ ເພື່ອອຸທິດສ່ວນກຸສົນໄປໃຫ້ດວງວິນຍານຜູ້ລ່ວງລັບໄປແລ້ວ ໃນຕອນເຊົ້າມືດ, ເຊິ່ງປະກອບໄປດ້ວຍພືດທັນຍາຫານ ທີ່ອຸດົມສົມບູນໃນລາວ. ມູນເຫດແຫ່ງການທໍາບຸນ: ມີເລື່ອງເລົ່າໄວ້ໃນພະທຳມະບົດວ່າ ຍາດຂອງພະເຈົ້າພິມພິສານ ກິນຂອງສົງ ຕາຍໄປເກີດເປັນເຜດ. ພະເຈົ້າພິມພິສານໄດ້ຖະຫວາຍທາ. ນແກ່ພະສົງ ມີພະພຸດທະເຈົ້າເປັນປະທານ, ແຕ່ບໍ່ໄດ້ຊົງອຸທິດຜົນທານນັ້ນໄປໃຫ້ແກ່ ເຜດທີ່ເປັນຍາດ. ເມື່ອບໍ່ໄດ້ຮັບຜົນທານ ກໍພາກັນເປັ່ງສຽງພິລືກທີ່ຫນ້າເພີ່ງກົວ ໃກ້ພະລາດຊະນີເວດໃນຍາມລາຕີ. ຕື່ນເຊົ້າຂຶ້ນມາ ພະເຈົ້າພິມພິສານກໍ່ໄປທູນຖາມພະພຸດທະອົງ ແລ້ວພະອົງກໍ່ແນະທາງໃຫ້ເຊັ່ນ: ໃຫ້ຖະຫວາຍທານ ສົ່ງປັດໃຈໄທຍະທານທຳອຸທິດໄປໃຫ້ ແລະ ເຜດທີ່ເປັນຍາດກໍ່ໄດ້ຮັບຜົນທານ. ໃນຂະນະ ການທຳບຸນເຂົ້າປະດັບດີນກໍ່ຖືກັນວ່າ ເຮັດບຸນອຸທິດຜົນໃຫ້ແກ່ຍາດທີ່ຕາຍແລ້ວ, ຊາວລາວເຮົາສ່ວນຫລາຍເອົາໃຈໃສ່ປະເພນີນີ້ດີແທ້ ເພາະຖືກັນວ່າເປັນ ວັນລະນຶກເຖີງຍາດໆ. ບຸນຫໍ່ເຂົ້າປະດັບດິນປະເພນີລາວ ແລະ ວິທີ່ເຮັດເຄື່ອງຫໍ່ເຂົ້າ ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments