ມາຮູ້ຈັກຄໍາວ່າ: “ພໍ່” ໃຫ້ກ້ວາງອີກຈັກເລັກນ້ອຍ
- Superphil Phil
- Mar 25, 2020
- 1 min read
“ພໍ່” ການອະທິບາຍກ່ຽວກັບການນັບຖືໃນອົງຄະນະຍາດ ຫຼື ສາຍສຳພັນພີ່ນ້ອງຄອບຄົວ ໃນວົງຕະກຸນ ຫຼື ນອກວົງຕະກຸນ, ຄຳເວົ້າປະຈຳວັນຂອງພວກເຮົາໃນການເອີ້ນ, ເຊິງໄດ້ມີຫລາຍໆຄຳ ຫລາຍໆແບບ, ບາດນີ້ເຮົາຈະມາເວົ້າແບບລະອຽດຕາມຄວາມຄິດເຫັນຂອງຂ້າພະເຈົ້າເອງ:

ພໍ່ ເປັນຄໍານາມ ທີ່ມີຫຼາຍຄວາມໝາຍແຕກຕ່າງກັນເຊັ່ນ:
1.ເປັນຜູ້ຊາຍທີ່ໃຫ້ກໍາເນີດເຮົາມາ ເປັນຄົນທີ່ແຕ່ງງານກັບແມ່ຂອງເຮົາແລ້ວຄອດເຮົາອອກມາຫຼືເອີ້ນວ່າພໍ່ຜູ້ບັງເກີດເກົ້າ ຫຼື ພໍ່ແທ້ໆພໍ່ຄີງໆທີ່ມີຜູ້ດຽວໃນຊີວິດຂອງເຮົາ.
ພໍ່ ຄື:ຜູ້ຊາຍທີ່ເຮົານັບຖື ໂດຍບໍ່ແມ່ນພໍ່ທີ່ກໍາເນີດເຮົາມາອາດຈະເປັນຍາດຕິພີ່ນ້ອງ ຫຼື ບໍ່ແມ່ນຍາດຕິພີ່ນ້ອງກໍ່ເປັນໄປໄດ້ ເປັນບຸກຄົນທີ່ເຮົາໃຫ້ຄວາມເຄົາລົບນັບຖືຈະມີອາຍຸໜ້ອຍຫຼືຫຼາຍກວ່າພໍ່ຂອງເຮົາກໍ່ຕາມອາດຈະເປັນພໍ່ຂອງເມຍ ພໍ່ຂອງໝູ່ເພື່ອນເຮົາ ພໍ່ຂອງນ້ອງຊາຍ,ນ້ອງສາວ,ເອື້ອຍ,ອ້າຍ ທີ່ເຮົານັບຖືໃນສັງຄົມທົ່ວໄປກໍ່ສາມາດເອີ້ນພໍ່ໄດ້.
ພໍ່ ຄື: ຜູ້ຊາຍທີ່ມີອາຍຸຮຸ່ນລາວຄາວດຽວກັບພໍ່ຂອງເຮົາ ແລະ ເປັນບຸກຄົນໃກ້ຊິດ ສະໜິດສະໜົມ ແລະ ຮັກແພງກັນກັບພໍ່ຂອງເຮົາ ເຊິ່ງພໍ່ເຮົາເອີ້ນວ່າ:ສ່ຽວ ໃນນາມເຮົາເປັນລູກກໍ່ຈະເອີ້ນໄປຕາມພໍ່ເອີ້ນວ່າ: ພໍ່ ຫຼື ພໍ່ສ່ຽວ ນັ້ນກໍ່ຄືສ່ຽວ ຫຼື ໝູ່ເພື່ອນຂອງພໍ່ນັ້ນເອງ.
ພໍ່ ຄື: ຜູ້ຜູ້ຊາຍທີ່ມີຄວາມຜູກພັນກັບເຮົາຄືລູກຄີງໆ ເອົາໃຈໃສ່ດູແລ ແລະ ຮັກຫອມເຮົາຢ່າງຈິງໃຈ ບາງທີເຖິງຂັ້ນແບ່ງມູນມັງ ຫຼື ຊັບສິນໃຫ້ຄືກັບ ພໍ່,ແມ່ ຂອງເຮົາ ເຊິ່ງຄົນລາວມັກເອີ້ນພໍ່ຊະນິດນີ້ວ່າ: ພໍ່ຮັກ ຫຼື ພໍ່ບຸນທໍາ ເອີ້ນນັບຖືໄປກວ່ານັ້ນວ່າ: ພໍ່ ເຊິ່ງມີຄວາມໝາຍທຽບກັບພໍ່ຂອງເຮົາ.
ນອກຈາກນີ້ຄໍາທີ່ຂຶ້ນຕົ້ນດ້ວຍຄໍາວ່າພໍ່ຍັງມີອີກຫຼາກຫຼາຍເຊັ່ນວ່າ: ພໍ່ຄົວ ຄືຜູ້ຊາຍທີ່ຊ່າງແຕ່ງກິນ(ຄົວກິນ); ພໍ່ຄ້າ ຄື: ຄືຜູ້ຊາຍທີ່ທໍາທຸລະກິດ,ຄ້າຂາຍ; ພໍ່ເຖົ້າ ຄື: ພໍ່ຂອງແມ່ ຫຼື ພໍ່ຂອງເມຍ; ພໍ່ຕາ ຄື: ນ້ອງຊາຍຂອງພໍ່ເຖົ້າ; ພໍ່ປູ່ ຄື: ພໍ່ຂອງຜົວ ຫຼື ພໍ່ຂອງພໍ່ເຮົາ; ພໍ່ບ້ານ ຄື: ຜູ້ຊາຍທີ່ຖືກລູກບ້ານເລືອກໃຫ້ເປັນຜູ້ຕາງໜ້າແລະຮັບຜິດຊອບເບິ່ງແຍງການເປັນຢູ່ຂອງຊາວບ້ານ; ພໍ່ດອງ ຄື: ຜູ້ຊາຍທີ່ເປັນພໍ່ຂອງລູກເຂີຍ ຫຼື ລູກໄພ້; ພໍ່ລ້ຽງ ຄື: 1.ຄືຜູ້ຊາຍທີ່ເອົາລູກຜູ້ອື່ນມາລ້ຽງ; 2. ພໍ່ລ້ຽງຄື: ຜູ້ຊາຍທີ່ເປັນຄົນທຳທຸລະກິດ ຄ້າຂາຍມີເງິນເໜືອກຸ່ມຄົນຈຳນວນໜຶ່ງ; ພໍ່ຮ້າງຄື: ຄືຜູ້ຊາຍທີ່ຢ່າຮ້າງກັບເມຍ ຫຼື ປະເມຍແລ້ວແຕ່ຍັງບໍ່ທັນໄດ້ແຕ່ງງານໃໝ່; ພໍ່ໝ້າຍຄື:ຜູ້ຊາຍທີ່ເມຍຕາຍປະແຕ່ບໍ່ທັນໄດ້ແຕ່ງງານຫຼືສ້າງຄອບຄົວໃໝ່…ເຫຼົ່ານີ້
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments