ມາຮູ້ຈັກກັບພາສາລາວເພື່ອການສື່ສານຕ່າງໆ
- Superphil Phil
- Mar 14, 2020
- 1 min read
ພາສາລາວເປັນພາສາຂອງຄົນລາວມາແຕ່ດັ້ງເດີມ, ຊາດລາວກໍ່ເປັນຊາດທີ່ມີພາສາທີ່ເປັນຂອງຕົນເອງແລະເປັນເອກະລັກບໍ່ຄືໃຜ ແລະ ບໍ່ມີໃຜຄືມາແຕ່ດຶກດຳບັນ ພາສາລາວເປັນພາສາທີ່ມີສັບສຳນຽງສຽງອ່ອນຫວານນິ້ມນວນມ່ວນຫູຟັງແລ້ວເຂົ້າໃຈງ່າຍແລະເປັນທີ່ໜ້າສົນໃຈຂອງຊາວຕ່າງຊາດໃນຍຸກສະໄໝນີ້ໂດຍສະເພາະແມ່ນບັນດາປະເທດອາຊຽນແລະປະເທດອ້ອມຂ້າງທີ່ຕ້ອງການຢາກຮູ້ຢາກຮຽນແລະຢາກເວົ້າພາສາລາວເພື່ອການສື່ສານທາງທຸລະກິດກັບຄົນລາວໂດຍສະເພາະແມ່ນບັນດາປະເທດທີ່ມີຊາຍແດນຕິດກັບປະເທດລາວເຊັ່ນ: ປະເທດຈີນ, ຫວຽດນາມ, ກຳປູເຈຍ ແລະ ໄທ ພິເສດໄປກວ່ານັ້ນພາສາລາວກັບພາສາໄທເປັນພາສາທີ່ມີສຽງສຳນຽງໃກ້ຄຽງກັນທີ່ສຸດຟັງແລ້ວສາມາດເຂົ້າໃຈກັນໄດ້ ໂດຍສະເພາະແມ່ນພາກອີສານຂອງໄທເກືອບວ່າເວົ້າຄືກັນເກືອບໝົດທຸກຢ່າງຕ່າງແຕ່ພາສາຂຽນເພາະພາສາຂອງທັງສອງປະເທດມີເຄົ້າກຳເນີດມາຈາກພາສາບາຣີສັນສະກິດອັນດຽວກັນນອກຈາກນີ້ຄົນລາວກັບຄົນໄທກໍ່ມີພາສາວັດທະນາທຳຮີດຄອງປະເພນີການນຸ່ງຖືແລະການຢູ່ການກິນໃກ້ຄຽງກັນທີ່ສຸດ.
ພາບຈາກ pixabay.com
ອີກຢ່າງໜຶ່ງໃນປັດຈຸບັນນີ້ລາວກໍ່ແມ່ນໜຶ່ງໃນບັນດາ 10 ປະເທດອາຊຽນຫຼືໃນກຸ່ມປະຊາຄົມເສດຖະກິດອາຊຽນ(AEC)ມີນັກລົງທຶນຫຼາຍປະເທດມອງມາທີ່ລາວແລະກໍ່ມີຫຼາຍປະເທດທີ່ໄດ້ເຂົ້າມາລົງທຶນແລ້ວ ສະນັ້ນໃນບັນດານັກລົງທຶນນີ້ຈຳເປັນຕ້ອງໄດ້ຮຽນຮູ້ພາສາລາວນັບຕັ້ງແຕ່ພາສາທ້ອງຖິ່ນຈົນຮອດພາສາລາດຊະການໃຫ້ຫຼາຍຂຶ້ນເພາະປະເທດລາວກໍ່ເປັນປະເທດສື່ກາງໃນການຄ້າລະຫວ່າງປະເທດອາຊຽນແລະປັດຈຸບັນພັກແລະລັດຖະບານລາວກໍ່ໄດ້ສຸມທຸກສະຕິປັນຍາເພື່ອການພັດທະນາປະເທດໃຫ້ຫຼຸດພົ້ນຈາກຄວາມທຸກຍາກ ດັ່ງນັ້ນພັກແລະລັດຖະບານເຮົາກໍ່ໄດ້ເປີດໂອກາດໃຫ້ນັກລົງທຶນຕ່າງຊາດເຂົ້າມາລົງທຶນຢ່າງກວ້າງຂວາງເຊັ່ນ:ເປັນຕະຫຼາດສິນຄ້າເຄື່ອງອຸປະໂພກບໍລິໂພກ,ການຂຸດຄົ້ນບໍ່ແຮ່,ການສ້າງເຂື່ອນໄຟຟ້າ,ການກະເສດ ແລະ ອື່ນໆ ດັ່ງນັ້ນໃນການປະສານງານຫຼືການພົວພັນທຸກຢ່າງເພືອການທຳທຸລະກິດຫຼືການທ່ອງທ່ຽວໃຫ້ສະດວກສະບາຍຂຶ້ນນັກລົງທຶນຕ່າງໆຕ້ອງໄດ້ສຶກສາຮຽນຮູ້ພາສາລາວບໍ່ວ່າຈະເປັນພາສາຂຽນແລະພາສາເວົ້າເພື່ອເປັນປະໂຫຍດຕໍ່ການສື່ສານທາງທຸລະກິດແລະການພົວພັນທີ່ກ່ຽວຂ້ອງກັບບຸກຄົນແລະຂະແໜງການທີ່ກ່ຽວຂ້ອງຕ່າງໆ.
ຕິດຕາມການເຄືອນໄຫວເຫດການເລື່ອງທຸລະກິດ ແລະ ເຫດການຕ່າງໆທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Commentaires