top of page
Search

ມາຮູ້ຈັກກັບຄໍາວ່າ: ເຂັມ ແລະ ເຂັ້ມ ແຕ່ລະຄໍາມີຄວາມໝາຍແນວໃດ ?

  • Writer: Superphil Phil
    Superphil Phil
  • Jun 16, 2020
  • 1 min read

ມາຮູ້ຈັກກັບຄໍາວ່າ: ເຂັມ ແລະ ເຂັ້ມ ແຕ່ລະຄໍາມີຄວາມໝາຍແນວໃດ ? มารู้จักกับคำว่า เข็ม และ เข้ม แต่ละคำมีความหมายอย่างไร ? ເຂັມ ແລະ ເຂັ້ມ ກໍ່ເຊັ່ນດຽວກັນກັບຄໍາອື່ນໆ ທີ່ໃຊ້ພະຍັນຊະນະ ແລະ ສະຫຼະຕົວດຽວກັນຕ່າງແຕ່ວັນນະຍຸດ ຄວາມໝາຍຂອງຄໍາວ່າ ເຂັມ ແລະ ເຂັ້ມອາດຈະມີຄວາມໝາຍດຽວກັບພາສາໄທ ເພາະພາສາໄທ ແລະ ລາວ ມີຕົ້ນກໍາເນີດມາຈາກບ່ອນດຽວກັນ ແຕ່ບາງຄໍາກໍ່ອາດຈະບໍ່ໄດ້ແປຊໍ້າ ເພາະຄໍາເວົ້າ ແລະ ຄວາມໝາຍຕົງກັນ. ເຂັມ ເປັນຄໍານາມ : 1. ໝາຍເຖິງ ເສັ້ນເຫຼັກຂະໜາດນ້ອຍໆ ຫຼື ໂລຫະທີ່ມີປາຍແຫຼມຄົມ ເອົາໄວ້ໃຊ້ປະໂຫຍດໃນຫຼາຍດ້ານເຊັ່ນ: ໃຊ້ບົ່ງໜາມ,ໃຊ້ແສ່ວ, ໃຊ້ຫຍິບເຄື່ອງຂອງຕ່າງໆທີ່ຫຍິບໄດ້ ຖ້າເຄື່ອງນ້ອຍ ເຊັ່ນ: ໂສ້ງ, ເສີ້ອ ຫຼື ເຄື່ອງນຸ່ງຫົ່ມກໍ່ໃຊ້ເຂັມນ້ອຍ ມີຂະໜາດຕາມຄວາມເໝາະສົມ ເຄື່ອງຂອງໃຫຍ່ກໍ່ໃຊ້ເຂັມໃຫຍ່ເຊັ່ນ: ຫຍິບເບາະລົດ, ຫຍິບເກີບ… ນອກຈາກນີ້ເຂັມຍັງເປັນອຸປະກອນ ຫຼື ອາໄຫຼ່ຂອງເຄື່ອງວັດແທກຈໍານວນໜຶ່ງເຊັ່ນ: ເຂັມໂມງໄວ້ຊີ້ບອກເວລາ, ເຂັມທິດ ໃຊ້ບອກທິດ…

ເວົ້າລາວກັນ

ນອກຈາກນີ້ຍັງມີເຂັມອີກຫຼາຍໆຊະນິດເຊັ່ນ ເຂັມສັກຢາ ຫລື ພາສາໄທເອີ້ນວ່າ ເຂັມສີດຢາ, ເສົາເຂັມ ໃນວົງການກໍ່ສ້າງຕ່າງໆເຊັ່ນ ການສ້າງຕືກອາຄານຕ່າງໆກໍ່ຕ້ອງໄດ້ຕອກເສົາເຂັມເພື່ອຮັບນ້ຳໜັກ ແລະ ເຮັດໃຫ້ມີຄວາມແຂງແກ່ນພຽງພໍສຳລັບການນຳໃຊ້ຕໍ່ໄປອີກຫລາຍປີ. ເຂັມມີ 2 ປະເພດຄື: ເຂັມຈັກ ທີ່ໃຊ້ໃນເຄື່ອງຈັກ ແລະ ເຂັມມື ໃຊ້ມືຫຍິບ ຫລື ເອີ້ນວ່າງານສີມືຕ່າງໆທີ່ໃຊ້ຄົນເປັນຜູ້ເຮັດເອງ. 2. ເປັນຊື່ຂອງຕົ້້ນໄມ້ປະດັບ ຫຼື ຕົ້ນດອກໄມ້ເອີ້ນວ່າ: ດອກເຂັມ ເຊິ່ງເປັນຕົ້ນທີ່ເປັນພຸ່ມ ຕົ້ນຕໍ່າ ດອກເປັນປຸ້ມ ກ້ານດອກແລບຄືດວງເຂັມ ໃບນ້ອຍຍາວ ມີ 2 ແນວຄື: ຊະນິດດອກຂາວ ແລະ ຊະນິດດອກແດງ. ເຂັມຂັດໃຊ້ໄວ້ຂັດຜ້າແພ,ຂັດເຈ້ຍ… ເຂັ້ມ ແມ່ນຄໍາກໍາມະວິເສດ: ແມ່ນຄຳທີ່ບົ່ງບອກເຖິງສິ່ງທີ່ມີຫລາຍໃນສິ່ງໃດສິ່ງໜຶງ, ຕົວຢ່າງ ເວົ້າເຖິງຈຳພວກສີ ການມີ ສີໃດຫນຶ່ງນອກຈາກສີຂາວ ຫລາຍໂພດ, ຈຳພວກທາດຕ່າງໆ ແລະ ອື່ນໆ ຫລື ເນັ້ນໜັກລົງໄປໃນຄວາມໝາຍຂອງສິ່ງນັ້ນໆ ເຊັ່ນ: ສີແດງເຂັ້ມ (ສີທີ່ມີສີແດງຫລາຍຈົນເຂັ້ມ), ສີແດງຊໍ້າ, ຄວາມເຂັ້ມຂຸ້ນສູງ (ເວົ້າເລື່ອງທາດລະລາຍ), ຄວາມເຂັ້ມແຂງ ແລະ ອື່ນໆ. ຄໍາວ່າ: ເຂັມ ແລະ ເຂັ້ມ ແຕ່ລະຄໍາມີຄວາມໝາຍແນວໃດ ? ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page