ມາຮູ້ຈັກກັບຄໍາວ່າ: ອາວ; ອາ; ນ້າໃນຄວາມໝາຍຂອງພາສາລາວ.
- Superphil Phil
- Mar 30, 2020
- 1 min read
ຕອນນີ້ເຮົາຈະມະອະທິບາຍຕໍ່ຄຳວ່າ: ອາວ; ອາ; ນ້າ ເປັນຄໍານາມທີ່ເອົາໄວ້ຮຽກເອີ້ນແທນການນັບຖື ແລະ ໃຫ້ກຽດທາງຍາດຕິພີ່ນ້ອງ ແລະ ບຸກຄົນໃນສັງຄົມ

ພາບ: posttoday.com
ອາວ ໝາຍເຖິງ: ນ້ອງຊາຍຂອງພໍ່ທາງສາຍເລືອດດຽວກັບພໍ່ ຫຼື ອາດຈະເປັນຄົນທີ່ພໍ່ເຮົານັບຖືວ່າເປັນນ້ອງຊາຍເຖິງບໍ່ແມ່ນອ້າຍນ້ອງທາງສາຍເລືອດກໍ່ຕາມແຕ່ພໍ່ເຮົາກໍ່ນັບຖືວ່າເປັນນ້ອງຮັກນ້ອງແພງ ຫຼື ອາດແມ່ນຄົນທີ່ພໍ່ເຮົາຮູ້ຈັກນັບຖືທາງສັງຄົມທົ່ວໄປ ໃນນາມເຮົາເປັນລູກກໍ່ຈະໄດ້ເອີ້ນໄປຕາມການນັບຖືຂອງພໍ່ ເອີ້ນວ່າ: ອາວ
ອາ ໝາຍເຖິງ: ນ້ອງສາວຂອງພໍ່ທາງສາຍເລືອດດຽວກັບພໍ່ ຫຼື ອາດຈະເປັນຄົນທີ່ພໍ່ເຮົານັບຖືວ່າເປັນນ້ອງສາວເຖິງບໍ່ແມ່ນອ້າຍນ້ອງທາງສາຍເລືອດກໍ່ຕາມແຕ່ພໍ່ເຮົາກໍ່ນັບຖືວ່າເປັນນ້ອງຮັກນ້ອງແພງ ຫຼື ອາດແມ່ນຄົນທີ່ພໍ່ເຮົາຮູ້ຈັກນັບຖືທາງສັງຄົມທົ່ວໄປ ໃນນາມເຮົາເປັນລູກກໍ່ຈະໄດ້ເອີ້ນໄປຕາມການນັບຖືຂອງພໍ່ ເອີ້ນວ່າ: ອາ ເຊັ່ນດຽວກັນກັບຄໍາວ່າ ອາວ ແຕ່ຕ່າງກັນພຽງ ເພດຊາຍ ກັບເພດຍິງເທົ່ານັ້ນ.
ນ້າ ໝາຍເຖິງ: ນ້ອງຊາຍຫຼືນ້ອງສາວຂອງແມ່ທາງສາຍເລືອດດຽວກັບແມ່ ຫຼື ອາດຈະເປັນຄົນທີ່ແມ່ເຮົານັບຖືວ່າເປັນນ້ອງຊາຍຫຼືນ້ອງສາວເຖິງບໍ່ແມ່ນນ້ອງຄີງທາງສາຍເລືອດກໍ່ຕາມແຕ່ແມ່ເຮົາກໍ່ນັບຖືວ່າເປັນນ້ອງຮັກນ້ອງແພງ ຫຼື ອາດແມ່ນຄົນທີ່ແມ່ເຮົາຮູ້ຈັກນັບຖືທາງສັງຄົມທົ່ວໄປ ໃນນາມເຮົາເປັນລູກກໍ່ຈະໄດ້ເອີ້ນໄປຕາມການນັບຖືນໍາແມ່ ເອີ້ນວ່າ: ນ້າ ຫຼື ຖ້າເອີ້ນໃຫ້ຊັດເຈນຄື: ນ້າບ່າວ (ນ້ອງຊາຍຂອງແມ່); ນ້າສາວ(ນ້ອງສາວຂອງແມ່)
ຄຳເວົ້າຈໍາພວກ ອາວ; ອາ; ນ້າ ນີ້ອາດໃຊ້ໄດ້ຢ່າງກວ້າງຂວາງຢູ່ໃນວົງສັງຄົມທົ່ວໄປ ເຊິ່ງເປັນການໃຫ້ກຽດ ແລະ ນັບຖືເຊິ່ງກັນ ແລະ ກັນ ເຊິ່ງສະແດງອອກໃນຄວາມແຕກຕ່າງກັນທາງດ້ານອາຍຸລະຫວ່າງຜູ້ທີ່ມີອາຍຸສູງກວ່າໃຫ້ກຽດຜູ້ທີ່ມີອາຍຸຕໍ່າກວ່າຕົນ ແລະ ກໍ່ເປັນວັດທະນາທໍາທີ່ດີງາມອີກຢ່າງໜຶ່ງໃນສັງຄົມລາວ.
ຕິດຕາມການເຄືອນໄຫວເຫດການເລື່ອງທຸລະກິດ ແລະ ເຫດການຕ່າງໆທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments