top of page
Search

ມາຮູ້ຈັກກັບ ປະຫວັດນ​ລະ​ອຽດ​ຂອງ ກໍາແພງເມືອງວຽງຈັນ

  • Writer: Superphil Phil
    Superphil Phil
  • May 22, 2020
  • 1 min read

ມາຮູ້ຈັກກັບ ປະຫວັດນ​ລະ​ອຽດ​ຂອງ ກໍາແພງເມືອງວຽງຈັນ


ມາຮູ້ຈັກກັບ ປະຫວັດນ​ລະ​ອຽດ​ຂອງ ກໍາແພງເມືອງວຽງຈັນ ຕາມ​ປະ​ຫວັດ​ສາດ​ຂອງ​ລາວ​ເຮົາ, ພາຍຫຼັງທີ່ເຈົ້າຟ້າງຸ່ມໄດ້ເຕົ້າໂຮມເມືອງລາວບູຮານ ເຂົ້າເປັນອານາຈັກລ້ານຊ້າງແລ້ວ ກໍຈັດລະບຽບການປົກ ຄອງຂຶ້ນ ເພື່ອນຳພາປະເທດໄປສູ່ຄວາມຈະເລີນຮຸ່ງເຮືອງ ພ້ອມກັນນີ້ກໍໄດ້ເສີມຄວາມແຂງແກ່ນໃຫ້ແກ່ກອງທັບພະອົງ ທັງສ້າງທ່າສະໜາມປ້ອງກັນໃຫ້ໝັ້ນຄົງ ໃນຕົວເມືອງໃຫຍ່ຕ່າງໆ.

ree
ພາບ: ສຳນັກຂ່າວເອບີຊີ

ມາຮອດສະໄໝລາຊະການຂອງເຈົ້າໄຊເຊດຖາ ຊຶ່ງມີວິໄສທັດຫຼຽວເຫັນການໄກວ່າ: ຖ້າຈະສືບຕໍ່ເອົາເມືອງຊຽງທອງ ຫຼື ຫຼວງພະບາງ ເປັນເມືອງເອກຕໍ່ໄປແລ້ວ ອຸປະສັກ ຫຼື ຄວາມຫຍຸ້ງຍາກຕາມມາຄົງມີຫຼາຍ ໂດຍສະເພາະການວິໄຈ ແຫຼ່ງຂ່າວ ຫຼື ການໃຈ້ແຍກເຫດການພໍຮູ້ວ່າ ສັກດີນາຕ່າງປະເທດທີ່ຢູ່ພາກຕາເວັນຕົກສຽງເໜືອຂອງປະເທດ ພວມກຽມ ເຂົ້າຮຸກຮານອານາຈັກລ້ານຊ້າງ ແລະ ລ້ານນາ ຊຶ່ງມີກະສັດລາວອົງດຽວກັນໃນເວລານັ້ນ. ດ້ວຍເຫັນວ່າທີ່ຕັ້ງຂອງການຍ້າຍມາຢູ່ທາງວຽງຈັນ ມີຄວາມເໝາະສົມກ່ວາຊຽງທອງ ເຈົ້າໄຊເຊດຖາ ຈຶ່ງຮຽກ ປະຊຸມບັນດາເສນາມຸນຕີ ເພື່ອການວາງແຜນປ້ອງກັນການຮຸກຮານຈາກສັກດີນາພະມ້າ ສະພາທີ່ປຶກສາເຈົ້າແຜ່ນດິນເຫັນ ພ້ອມກັນວ່າ ນະຄອນຊຽງທອງ ບໍ່ເໝາະສົມທີ່ຈະເປັນເມືອງຫຼວງຕໍ່ໄປ ເພາະຢູ່ໃກ້ກັບພະມ້າ ຊຶ່ງພວມເປັນປໍລະປັກກັນ ອາດ ຈະຍົກທັບມາຕີໄດ້ທຸກຍາມດ້ານໜຶ່ງນະຄອນຊຽງທອງ ມີແຕ່ພູເຂົາອ້ອມຮອບ ບໍ່ມີທາງຂະຫຍາຍ ສ່ວນວຽງຈັນ ເປັນເມືອງ ໃຫຍ່ ບໍລິເວນກວ້າງໃຫຍ່ໄພສານ ອຸດົມສົມບູນ ແລະ ຕັ້ງຢູ່ເຄິ່ງກາງອານາຈັກ ສະດວກແກ່ການປົກຄອງພາກເໜືອ ພາກໃຕ້ ດ້ານໜຶ່ງປະຊາຊົນນະຄອນວຽງຈັນ ກໍໜາແໜ້ນ ເປັນຊຸມທາງຄົມມະນາຄົມທາງບົກ ແລະ ທາງນ້ຳ ທັງເປັນບ່ອນສະດວກ ໃນການຕິດຕໍ່ລະຫວ່າງປະເທດ ໃນຍາມສະຫງົບ ນະຄອນຫຼວງວຽງຈັນ ເປັນສູນກາງປົກຄອງເສດຖະກິດ ວັດທະນະທຳ ເປັນຕົວແທນໃຫ້ແກ່ທົ່ວລ້ານຊ້າງ ໃນຍາມສົງຄາມ ກໍສາມາດສົ່ງກຳລັງຫຼວງອອກໄປປ້ອງກັນຕາມຊາຍແດນໄດ້ທັນເວລາ ຫຼື ສາມາດເຄື່ອນທັບຂອງທ້ອງຖິ່ນມາໄດ້ສະດວກດີ ຍ້ອນສະພາບການດັ່ງກ່າວຈຶ່ງຕົກລົງຍົກຍ້າຍນະຄອນຫຼວງປະເທດ ລາວລ້ານຊ້າງ ຈາກນະຄອນຊຽງທອງ ຫຼວງພະບາງ ມາຕັ້ງຢູ່ນະຄອນວຽງຈັນ ໃນປີ ຄ.ສ 1560 ແລະ ຕັ້ງຊື່ວ່າ: ນະຄອນ ວຽງຈັນທະບູລີ ສີສັດຕະນາຄະນະຫຸດ ອຸດຕະມະລາຊະທານີ. ປະຫວັດ ຂອງກໍາແພງເມືອງວຽງຈັນ​ກຳ​ແພງ​ປະ​ຫວັດ​ສາດ. ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page