top of page
Search

ມາຮູ້ຈັກກັບ​ຄຳ​ວ່າ ໂຕ ແລະ ຕົວ ໃນ​ພາ​ສາ​ລາວ

  • Writer: Superphil Phil
    Superphil Phil
  • Jun 6, 2020
  • 1 min read

ຄວາມໝາຍຂອງ​ຄຳ​ວ່າ ໂຕ ແລະ ຕົວ ໃນ​ພາ​ສາ​ລາວ.

ຫລາຍໆ​ຄົນ​ຄົງ​ໄດ້ນຳ​ໃຊ້​ກັນ​ໃນ​ຊິ​ວິດ​ປະ​ຈຳ​ວັນ​, ແຕ່​ຫລາຍໆ​ຄົນ​ກໍ່​ອາດ​ຈະ​ຍັງ​ບໍ່​ເຂົ້າ​ໃຈ​ລະ​ອຽດ​ແທ້​ວ່າ​ລະ​ຫວ່າງ ໂຕ ກັບ ຕົວ ນີ້​, ແຕ່​ລະ​ຄຳ​ແມ່ນ​ໃຊ້​ໃນ​ກໍ​ລະ​ນີ​ໃດ​ຈິງ​ຖືກ ເປັນຕົ້ນແມ່ນການນັບສັດຕ່າງໆ ແລະ ການລົມກັນລະຫວ່າງໝູ່ເພືອນຍັງເຫັນວ່າການໃຊ້ໂຕ ແລະ ຕົວນີ້ມີການໃຊ້ຜິດໆຖືກໆຢູ່, ​ພໍ​ດີ​ໄປ​ເຫັນ​ເພ​ຈ ພາ​ສາ​ລາວ​ອະ​ທິ​ບາຍ​ໄວ້​ຢ່າງ​ໜ້າ​ສົນ​ໃຈ​ເລີຍ​ນຳ​ມາ​ເລົາ​ຕໍ່.

ວັດຈະນານຸກົມສະບັບ ມະຫາສິລາ ວີລະວົງ ອະທິບາຍໄວ້ດັ່ງນີ້:

ໂຕເປັນຄຳນາມ ແປວ່າ ຮູບຮ່າງຂອງຄົນ ແລະສັດ,​ ເປັນຄຸນນາມ ແປວ່າ ໃຫຍ່.

ຕົວເປັນຄຳນາມ ແປວ່າ ຮູບ,​ ຕົນ,​ ແບບຢ່າງທີ່ເອົາມາອ້າງ, ແລະ ໃນເອກະສານຍັງໄດ້ອະທິບາຍໄວ້ວ່າ ໂຕ ມີ 3 ປະເພດຄຳຄື:

1. ເປັນຄຳນາມ ແປວ່າ ຕົນ,​ ຕົວ,​ ຮູບຮ່າງຂອງຄົນ ແລະສັດ ເຊັ່ນ ໂຕກໍວ່າໂຕດີ ແທ້ພາຍເຂົາພັດແຮ່ງເກັ່ງ ໂຕກໍວ່າໂຕເລີດລໍ້າ ເຂົາພຸ້ນພັດລື່ນໂຕ” ຍ່າສອນຫຼານ.

2. ເປັນຄຸນນາມ ແປວ່າ ໃຫຍ່,​ ໃຫຍ່ໂຕ.

3. ຄຳແທນນາມ ໃຊ້ຊື່ຜູ້ທີ່ເຮົາເວົ້ານຳທີ່ຮຸ່ນຮາວດຽວກັນເຊັ່ນ ໂຕໄປສາ,​ ໂຕມາຫາເຮົາແດ່…

ເວົ້າ​ລາວ​ກັນ ໂຕ ແລະ ຕົວ
ເວົ້າ​ລາວ​ກັນ

ຕົວ ເປັນຄຳນາມ ແປວ່າ ຮູບ,​ ຕົນ,​ ແບບຢ່າງທີ່ເອົາມາອ້າງ. ສ່ວນສະບັບອື່ນໆກໍອະທິບາຍໄວ້ຄືກັນ.​ ສຳລັບການນຳໃຊ້ສະເພາະ ໂຕ ເຊັ່ນ ໂຕເປັນໂຕ,​ ໂຕສັດ….,​ 1 ໂຕ 2 ໂຕ…, ເຕີບໂຕ,​ ໃຫຍ່ໂຕມະໂຫລານ,​ ໂຕກໍວ່າໂຕດີ,​ ເບິ່ງເພິ່ນເບິ່ງໂຕ, ຕົນໂຕ,​ກິນເຂົ້າເຮືອນໂຕໂສຄວາມເພິ່ນ,​ ໂມໂຫາໂທໂສນີ້ ພາໂຕຕົກຕໍ່າ…​ ຕົວຢ່າງເຊັ່ນ: ຄວາມຮູ້ຖ້ວມຫົວເອົາຕົວບໍ່ລອດ,​ ຕົວຢ່າງ,​ ຕົວລະຄອນ,​ ຕົວຕົນ.​

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page